VOV WorldVOV World
ການປະຕິວັດເດືອນຕຸລາລັດເຊຍໄດ້ສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ
07/11/2017 05:57
(VOVWORLD) -ວັນທີ 7 ພະຈິກປີ 1917, ໂດຍພາຍໃຕ້ການນຳພາຂອງພັກກອມມູນິດບົນເຊວິກລັດເຊຍ ເຊິ່ງນຳໂດຍພະນະທ່ານ V.I.Lenin, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລັດເຊຍໄດ້ສ້າງໃຫ້ມີການປະຕິວັດເດືອນຕຸລາລັດເຊຍທີ່ຍິ່ງໃຫຍ່
ການປະຕິວັດເດືອນຕຸລາລັດເຊຍໄດ້ສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ກິດຈະການປ່ຽນແປງໃໝ່ຂອງຫວຽດນາມ
ສະຕະວັດໜຶ່ງທີ່ໄດ້ຜ່ານພົ້ນໄປ, ບັນດາສິ່ງທີ່ຍອດຍິ່ງ, ຄຸນຄ່າຍຸກສະໄໝຂອງການປະຕິວັດເດືອນຕຸລາລັດເຊຍຍັງຄົງແຜ່ຂະຫຍາຍໄປທົ່ວ, ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ, ກະຕຸກຊຸກຍູ້ ແລະ ປຸກລຸກນ້ຳໃຈປະຕິວັດຂອງປະຊາຊົນຜູ້ກ້າວໜ້າໃນທົ່ວໂລກ, ໃນນັ້ນ ມີປະຊາຊົນຫວຽດນາມ, ພັກກອມມູນິດຫວຽດນາມບົນເສັ້ນທາງປ່ຽນແປງໃໝ່ປະເທດຊາດ, ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ພະນະທ່ານ V.I.Lenin            ຕີລາຄາກ່ຽວກັບບົດບາດ, ຄວາມໝາຍຂອງການປະຕິວັດເດືອນຕຸລາລັດເຊຍ, ທ່ານປະທານໂຮ່ຈິມິນໄດ້ຢືນຢັນວ່າ : “ເຊັ່ນດຽວກັນກັບດວງຕາເວັນ, ການປະຕິວັດເດືອນຕຸລາລັດເຊຍໄດ້ສ່ອງແສງສະຫວ່າງເຍື່ອງທາງໄປທົ່ວທຸກທະວີບໃນໂລກ, ປຸກລຸກຄວາມຕື່ນຕົວໃຫ້ປະຊາຊົນນັບລ້ານຄົນພວມຖືກກົດຂີ່ຂຸດຮີດໃນໂລກ. ໃນປະຫວັດສາດຂອງມວນມະນຸດ, ຍັງບໍ່ທັນມີການປະຕິວັດໃດໆພັດມີຄວາມໝາຍທີ່ໃຫຍ່ຫຼວງ ແລະ ເລິກເຊິ່ງເຊັ່ນນັ້ນ”; “ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນຕຸລາລັດເຊຍໄດ້ບອກສອນໃຫ້ແກ່ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ບັນດາປະຊາຊາດທີ່ຖືກກົດຂີ່ຂຸດຮີດໃນທົ່ວໂລກກ່ຽວກັບບັນດາບົດຮຽນອັນລ້ຳຄ່າທີ່ສຸດ, ຮັບປະກັນໃຫ້ແກ່ພາລະກິດປົດປ່ອຍຢ່າງເຖິງຖອງຂອງຊົນຊັ້ນກຳມະກອນ ແລະ ຂອງມວນມະນຸດອີກດ້ວຍ.
TAG
VOV/VOVworld/ການ​ປະ​ຕິ​ວັດ/ຕຸ​ລາ