ການປະຕິວັດເດືອນສິງຫາ ແລະ ບັນດາບົດຮຽນທີ່ມີລັກສະນະຍຸກສະໄໝ
19/08/2014 12:21
ກ່ອນນີ້ 69 ປີ, ພັກກອມມູນິດຫວຽດນາມ ແລະ ທ່ານປະທານໂຮ່ຈິມິນໄດ້ປຸກລະດົມ ທົ່ວປວງຊົນດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່, ໂຄນລົ້ມລະບອບ ລ່າເມືອງຂຶ້ນ, ສັກດີນາ, ຍາດເອົາອຳນາດການປົກຄອງ ໃນທົ່ວປະເທດ
ກ່ອນນີ້ 69 ປີ, ພັກກອມມູນິດຫວຽດນາມ ແລະ ທ່ານປະທານໂຮ່ຈິມິນໄດ້ປຸກລະດົມທົ່ວປວງຊົນດຳເນີນການລຸກຮື້ຂຶ້ນຂະໜາດໃຫຍ່, ໂຄນລົ້ມລະບອບ ລ່າເມືອງຂຶ້ນ, ສັກດີນາ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ຊຶ່ງແມ່ນລັດກຳມະກອນຊາວນາລັດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້. ໄຊຊະນະນີ້ແມ່ນໜຶ່ງໃນບັນດາຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດໃນປະຫວັດສາດຂອງຊາດຫວຽດນາມ, ເຮັດໃຫ້ຊາຕາກຳຂອງຊາດປ່ຽນແປງໄປ, ໄຂສັງກາດເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ. ຜົນສຳເລັດຂອງການປະຕິວັດເດືອນສິງຫາໄດ້ສ້າງເປັນບັນດາບົດຮຽນອັນລ້ຳຄ່າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມໃນ 70 ປີທີ່ຜ່ານມາ. (ພາບເອກະສານ) ໂດຍປະຕິບັດຕາມຄຳສັ່ງການທະຫານເລກ 1 ຂອງຄະນະກຳມະການລຸກຮື້ຂຶ້ນ ຊຶ່ງໄດ້ອອກຄ່ຳຄືນວັນທີ 13/8/1945 ມີເນື້ອໃນດັ່ງນີ້: “ຈຸດເວລາທຳການລຸກຮື້ຂຶ້ນໄດ້ມາຮອດແລ້ວ! ນີ້ແມ່ນກາລະໂອກາດພຽງໜຶ່ງດຽວໃຫ້ແກ່ກອງທັບ ແລະ ປະຊາຊົນຫວຽດນາມເພື່ອລຸກຮື້ຂຶ້ນຍາດເອົາເອກະລາດຂອງປະເທດຊາດ”, ຈາກຮ່າໂນ້ຍຕະຫຼອດຮອດທົ່ວທຸກເຂດບ້ານນາຫວຽດນາມ ຈົ່ງພ້ອມກັນລຸກຂຶ້ນ, ເຕົ້າໂຮມ ແລະ ຈັດຕັ້ງບັນດາກຳລັງລຸກຮື້ຂຶ້ນເພື່ອ ຍາດເອົາອຳນາດການປົກຄອງ. ການລຸກຮື້ຂຶ້ນຂະໜາດໃຫຍ່ຖືກດຳເນີນໃນເວລາອັນສັ້ນໆ, ອັນໄດ້ຍາດເອົາໄຊຊະນະທີ່ຍິ່ງໃຫຍ່ ແລະ ບໍ່ຖືກເສຍສະຫຼະເລືອດເນື້ອຫຍັງຫຼາຍ. ວັນທີ 2/9/1945, ທ່ານປະທານໂຮ່ຈິມິນມີຄວາມເປັນກຽດຖະແຫຼງກັບທົ່ວໂລກກ່ຽວກັບການກຳເນີດຂອງລັດຫວຽດນາມເອກະລາດ, ອິດສະຫຼະພາບ ແລະ ຢືນຢັນວ່າ ທົ່ວທັງຊາດຫວຽດນາມຕັດສິນໃຈອຸທິດສ່ວນຈິດໃຈ ແລະ ກຳລັງ, ຊີວິດອິນຊີ ແລະ ວັດຖຸສິ່ງຂອງຕົນເພື່ອປົກປັກຮັກສາພື້ນຖານອິດສະຫຼະພາບ, ເອກະລາດນັ້ນ.
TAG
vov/vovworld/ການປະຕິວັດເດືອນສິງຫາ
Related
More







