VOV WorldVOV World
ການປະທະກັນລະຫວ່າງອາກເມນີກັບອາແຊກບາຍຢານ ແລະ ຜົນພາຍຫຼັງ
07/04/2016 14:07
ພາຍຫຼັງ​ທີ່​ໄດ້​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ມາ​ເປັນ​ເວ​ລາຫຼາຍ​ວັນ, ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ເຂດ​ເກີດ​ການ​ຂັດ​ແຍ້ງ ນາ​ໂກ​ໂນ - ກາ​ຣາ​ແບກ ລະ​ຫວ່າງອາກ​ເມ​ນີ​ ແລະ ​ອາ​ແຊກ​ບາຍ​ຢານໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເມື່ອ​ວັນ​ທີ 5/4
   ພາຍຫຼັງ​ທີ່​ໄດ້​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ມາ​ເປັນ​ເວ​ລາຫຼາຍ​ວັນ, ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ເຂດ​ເກີດ​ການ​ຂັດ​ແຍ້ງ ນາ​ໂກ​ໂນ - ກາ​ຣາ​ແບກ ລະ​ຫວ່າງອາກ​ເມ​ນີ​ ແລະ ​ອາ​ແຊກ​ບາຍ​ຢານໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເມື່ອ​ວັນ​ທີ 5/4. ເຖິງວ່າ ບັນ​ດາ​ຝ່າຍໄດ້​ຢືນ​ຢັນ​ຄວາມຕັດ​ສິນ​ໃຈ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຢຸດ​ຍິງນີ້​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ແກ້​ໄຂ​ການ​ປະ​ທະ​ກັນ​ກໍ​ຕາມ, ແຕ່​ກົກ​ເຄົ້າ​ຂອງ​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ເຜົ່າ​ພັນ, ສາ​ສະ​ໜາລະ​ຫວ​່າງອາກ​ເມ​ນີ​ກັບ​ອາ​ແຊກ​ບາຍ​ຢານໃນ​ອະ​ດີດ​ຕະ​ການ, ກໍ​ຄື​ຜົນ​ກະ​ທົບ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຊຶ່ງ​ອາດ​ຈະ​ພາ​ໄປ​ເຖິງ​ບັນ​ດາ​ຜົນ​ພາຍຫຼັງ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຂອງ​ທັງ​ເອີ​ລົບ.   ລົດ​ຖັງ​ຂອງກອງ​ທັບ​ອາ​ແຊກ​ບາຍ​ຢານ      (TTXVN)         ຂໍ້​ຕົກ​ລົງ​ຢຸດ​ຍິງໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ຕອນ​ທ່ຽງ​ວັນ​ທີ 5/4 ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ຄຳ​ສັ່ງຢຸດ​ຍິງ​ໄດ້​ປະ​ຕິ​ບັດ​ຫຼັງ​ຈາກນັ້ນ 2-3 ຊົ່ວ​ໂມງ. ກ່ອນ​ໜ້ານັ້ນ, ການ​ປະ​ທະ​ກັນ​ໄດ້​ລະ​ເບີດ​ຂຶ້ນ​ແຕ່​ວັນ​ທີ 2/4 ຢູ່​ເຂດ​ເກີດ​ການ​ຂັດ​ແຍ້ງ ນາ​ໂກ​ໂນ - ກາ​ຣາ​ແບກ ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ປະ​ມານ 90 ຄົນ, ໃນ​ນັ້ນ​ລວມ​ທັງ​ສ​າ​ມັນ​ຊົນ ແລະ ນັບ​ຮ້ອຍ​ຄົນ​ອື່ນ​ໄດ້​ຮັບ​ບາດ​ເຈັບ. ແຕ່​ເຖິງວ່າ​ໄດ້​ຖະ​ແຫຼງ​ເຄົ​າລົບຂໍ້​ຕົກ​ລົງ​ຢຸດ​ຍິງທີ່​ຫາ​ກໍ​ໄດ້​ລົງ​ນາມ​ກໍ​ຕາມ, ແຕ່​ບັນ​ດາ​ຄຳ​ຖະ​ແຫຼງ​ພ້ອມ​ກັບ​ທັດ​ສະ​ນະ​ທີ່​ແຂງ​ກະ​ດ້າງ​ຂອງ​ບັນ​ດາ​ຝ່າຍ​ທີ່ເດັດດ່ຽວບໍ່​ທໍ້​ຖອຍ​ໃຈ​ຕໍ່​ການ​ທວງ​ເອົາອະ​ທິ​ປະ​ໄຕ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ ຄວາມ​ເຄັ່ງ​ຕຶງໃນ​ພາກ​ພື້ນນີ້​ອາດ​ຈະ​ລະ​ເບີດ​ຂຶ້ນ​ໃນ​ບໍ່​ວ່າ​ເວ​ລາ​ໃດ.
TAG
vovworld/ປະ​ທະ​ກັນ

More