ການພົວພັນຕ່າງປະເທດຫຼາຍຝ່າຍ ຫວຽດນາມ ໝັ້ນໃຈເຊື່ອມໂຍງ
07/02/2019 13:17
(VOVWORLD) -ໂດຍເສີມຂະຫຍາຍບັນດາຜົນງານການພົວພັນຕ່າງປະເທດຂອງຫວຽດນາມໃນປີ 2018, ປີ 2019 ຫວຽດນາມ ສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການພົວພັນຕ່າງປະເທດ, ພິເສດ ແມ່ນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ, ບັນດາເວທີປາໄສທົ່ວໂລກ. ຫວຽດນາມ ນັບມື້ນັບ ມີຄວາມໝັ້ນໃຈ ຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ດ້ວຍຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີຄວາມອິດທິພົນຊື່ສຽງຂອງປະຊາຄົມສາກົນ.

ໄລຍະຜ່ານມາ, ພິເສດໃນປີ 2018, ສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປສັບສົນ ແລະ ວ່ອງໄວຫຼາຍຢ່າງ, ຫວຽດນາມ ໄດ້ ແລະ ກຳລັງເສີມຂະຫຍາຍບັນດາກົນໄກຫຼາຍຝ່າຍເປັນຢ່າງດີ ເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດຂອງຕົນ ກໍຄື ເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍລວມຂອງປະຊາຄົມສາກົນ.
TAG
VOV/VOVworld/ພົວພັນຕ່າງປະເທດ/ເຊື່ອມໂຍງ/ ໝັ້ນໃຈ
Related







