ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ: ຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ເລິກເຊິ່ງ, ກວ້າງຂວາງ
04/05/2017 09:32
(VOVWORLD) -ວັນທີ 4/5, ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເວລາ 2 ວັນ.

ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ພາບ: baotintuc ພາຍຫລັງບັນດາການຢ້ຽມຢາມນັບແຕ່ຕົ້ນປີມາຮອດປະຈຸບັນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ , ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ຄັ້ງນີ້ ແມ່ນບາດກ້າວຫັນເນື້ອໃນຈິດໃຈຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ ອາຊີ” ເປັນລະອຽດ, ພິເສດແມ່ນການພົວພັນທາງການທູດລະຫວ່າງລັດຖະສະພາສອງປະເທດ . ຫວຽດນາມ ແລະ ຍີ່ປຸ່ນ ສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1973. ໃນໄລຍະ 40 ປີຜ່ານມາ, ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. ການພົວພັນລະຫວ່າງສອງປະເທດໄດ້ຮັບການຕີລາຄາວ່າ ແມ່ນພວມໃນໄລຍະດີງາມທີ່ສຸດ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.
TAG
VOV/VOVworld/ໄວ້ເນື້ອເຊື່ອໃຈ/ຄະນະກຳມະການ
Related
More








