VOV WorldVOV World
ການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ: ມຸ່ງໄປສູ່ອະນາຄົດ
01/03/2019 08:14
(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ວັນທີ 01 ມີນາ, ທ່ານປະທານພັກແຮງງານສປປ.ເກົາຫຼີ Kim Jong un ເລີ່ມຕົ້ນການຢ້ຽມຢາມສັດທະວະໄມຕີຫວຽດນາມ ຢ່າງເປັນທາງການ ເປັນເວລາ 2 ວັນ.
ການພົວພັນລະຫວ່າງຫວຽດນາມ-ສປປ.ເກົາຫຼີ: ມຸ່ງໄປສູ່ອະນາຄົດ
ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານ  Kim Jong un ແມ່ນເພື່ອແນໃສ່ສືບທອດມູນເຊື້ອມິດຕະພາບຢ່າງດີງາມລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ໃນຫຼາຍທົດສະວັດຜ່ານມາ, ພ້ອມທັງເປີດກາລະໂອກາດຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງໃນໄລຍະຈະມາເຖິງ.         ໃນຫຼາຍສີບປີຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະ ສປປ.ເກົາຫຼີ ຍາມໃດກໍ່ໄດ້ຮັບຄວາມມານະພະຍາຍາມປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງຈາກປະຊາຊົນ 2 ປະເທດ, ຜ່ານນັ້ນບັນລຸໄດ້ຜົນງານໃນການຮ່ວມມືຫຼາຍຢ່າງ. ບັນດາໝາກຜົນນັ້ນໄດ້ປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນ 2 ປະເທດ ແລະ ແມ່ນສັນຍາລັກຢ່າງມີຊີວິດຊີວາ ແລະ ມີຄວາມໝາຍສຳລັບການພົວພັນລະຫວ່າງຫວຽດນາມ - ສປປ.ເກົາຫຼີ.
TAG
VOV/VOVworld/​ມິດ​ຕະ​ພາບ