ການປ່ຽນໃໝ່, ການປະດິດຄິດສ້າງແມ່ນກຳລັງໝູນຊຸກຍູ້ການເຕີບໂຕຂອງເສດຖະກິດ ຫວຽດນາມ
07/12/2018 09:05
(VOVWORLD) - ຄຽງຄູ່ກັບ 3 ຂອດບຸກທະລຸຍຸດທະສາດ ແມ່ນການປະຕິຮູບລະບອບລະບຽບການ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫ່ງຊັບພະຍາກອນມະນຸດ, ນັ້ນແມ່ນການປ່ຽນແປງໃໝ່, ປະດິດຄິດສ້າງບົນພື້ນຖານອຸດສາຫະກຳ 4.0 ແລະ ພັດທະນາເສດຖະກິດພາກເອກະຊົນ ໄດ້ຮັບຖືວ່າແມ່ນກຳລັງໜູນຊຸກຍູ້ການເຕີບໂຕ ຂອງເສດຖະກິດ ຫວຽດນາມໃນໄລຍະຈະມາເຖິງ.

ນີ້ແມ່ນເນື້ອໃນທີ່ຜູ້ນຳໜ້າລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ເນັ້ນໜັກທີ່ເວທີປາໄສ ປະຕິຮູບ ແລະ ພັດທະນາ ຫວຽດນາມຄັ້ງທຳອິດ, ໂດຍກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານໂລກປະຈຳ ຫວຽດນາມ ຈັດຂຶ້ນໃນວັນທີ 5 ທັນວາ ທີ່ຮ່າໂນ້ຍ. ພື້ນຖານເສດຖະກິດຫວຽດນາມ ໃນຊຸມປີຈະມາເຖິງ ມີທັງກາລະໂອກາດ ແລະ ສິ່ງທ້າທາຍປະສົມປະສານກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ກຳລັງຢືນຢູ່ຕໍ່ໜ້າກາລະໂອກາດຄຳເພື່ອປະຕິຮູບ ແລະ ພັດທະນາ. ສະນັ້ນ, ຄຳຖາມໃຫຍ່ໄດ້ຕັ້ງຂຶ້ນໃນປັດຈຸບັນແມ່ນ ເຮັດແນວໃດເພື່ອໃຫ້ ຫວຽດນາມ ໝູນໃຊ້ທຸກກາລະໂອກາດ, ໂດຍສະເພາະແມ່ນກາລະໂອກາດໃນການປະຕິວັດອຸດສາຫະກຳ 4.0 ເພື່ອຊອກຫາວິທີການທີ່ດີທີ່ສຸດ ໃຫ້ແກ່ການເຕີບໂຕ ແລະ ພັດທະນາຂອງ ຫວຽດນາມ, ມຸ່ງໄປສູ່ການເຕີບໂຕບຸກທະລຸ, ພັດທະນາໄວ ແລະ ໝັ້ນຄົງ.
TAG
VOV/VOVworld/Start Up/ປ່ຽນແປງໃໝ່/ປະດິດຄິດສ້າງ
Related







