VOV WorldVOV World
ການຊ່ວຍເຫຼືອ ກໍາປູເຈຍ ຟື້ນຟູປະເທດຊາດຄືນໃໝ່ ແມ່ນ ພາລະກໍາອັນສູງສົ່ງຂອງຫວຽດນາມ
08/01/2019 10:00
(VOVWORLD) -ພື້ນຖານເສດຖະກິດ ກໍປູເຈຍ ຖືກທໍາລາຍ ພາຍໃຕ້ລະບອບ Pol Pot, ບໍ່ມີການຕະຫຼາດ, ບໍ່ມີການຄ້າ, ບໍ່ມີເງິນ ແລະ ບໍ່ມີການເຄື່ອນໄຫວເສດຖະກິດໃດໆ ນອກຈາກການເຂັ່ນຂ້າ ແລະ ທໍລະມານ
             ວັນທີ 7 ມັງກອນກ່ອນນີ້ 40 ປີ, ປະເທດ ກໍາປູເຈຍ ໄດ້ຮັບການປົດປ່ອຍຢ່າງສົມບູນ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເຊິ່ງແມ່ນລະບອບດັບສູນມວນມະນຸດທີ່ໂຫດຮ້າຍສາມານທີ່ສຸດ ໃນປະຫວັດສາດຂອງສະຕະວັດທີ 20, ເຫດການດັ່ງກ່າວໄດ້ເປີດສັງກາດຟື້ນຟູປະເທດ ກໍາປູເຈຍ ຄືນໃໝ່. ໃນໄຊຊະນະນັ້ນ, ນໍ້າໃຈສາກົນອັນສູງສົ່ງ ແລະ ຄວາມຮັບຜິດຊອບຕໍ່ເພື່ອນມະນຸດດ້ວຍກັນ ຂອງປະຊາຊົນຫວຽດນາມ ໄດ້ຊ່ວຍກູ້ເອົາປະຊາຊົນກໍາປູເຈຍ  ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ເຊິ່ງເປັນສັນຍາລັກອັນດີງາມຂອງນໍ້າໃຈສາມັກຄີຕໍ່ສູ້ດ້ວຍຄວາມສັດຊື່, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ກໍາປູເຈຍ.         ເດືອນທັນວາ 1978, ຕໍ່ໜ້າຄໍາຮຽກຮ້ອງຂອງແນວໂຮມສາມັກຄີປົດປ່ອຍຊາດກໍາປູເຈຍ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສົມທົບກັບບັນດາກໍາລັງປະກອບອາວຸດປະຕິວັດ ກໍາປູເຈຍ ດໍາເນີນການບຸກໂຈມຕີພວກ ຂະແມແດງ ຄັ້ງຕ່າງໆ, ປົດປ່ອຍ ກໍາປູເຈຍ ຢ່າງສົມບູນ, ສິ້ນສຸດໄລຍະເວລາທີ່ມືດມົວທີ່ສຸດໃນປະຫວັດສາດ ກໍາປູເຈຍ, ເປີດສັງກາດໃໝ່ແຫ່ງເອກະລາດ, ເສລີພາບ, ປະຊາທິປະໄຕ ແລະສັງຄົມກ້າວໜ້າ.
TAG
VOV/VOVworld/​ເຂັ່ນ​ຂ້າ/​ທໍລະມານ/ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ​/ມືດ​ມົວ​/ສັງກາດ