VOV WorldVOV World
ການຮ່ວມມືລະຫວ່າງ ອາຊີ - ເອີຣົບ ໃນສະພາບເກີດສິ່ງທ້າທາຍໃໝ່
18/10/2018 09:16
(VOVWORLD) - ໂດຍໄດ້ຮັບການສ້າງຕັ້ງຢ່າງເປັນທາງການເມື່ອປີ 1996, ພາຍຫຼັງ 22 ປີ, ASEM ໄດ້ກາຍເປັນກົນໄກສົນທະນາ ແລະ ຮ່ວມມືແຖວໜ້າ, ມີ ຂອບຂະໜາດໃຫຍ່ທີ່ສຸດ ເພື່ອແນໃສ່ສ້າງການພົວພັນຄູ່ຮ່ວມມືໃໝ່ຮອບດ້ານລະຫວ່າງ ອາຊີ ແລະ ເອີຣົບ ກໍຄື ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງປະຊາຊົນສອງທະວີບ.
ການຮ່ວມມືລະຫວ່າງ ອາຊີ - ເອີຣົບ ໃນສະພາບເກີດສິ່ງທ້າທາຍໃໝ່
ເວທີປາໄສ ການຮ່ວມມື ລະຫວ່າງ ອາຊີ  - ເອີຣົບ ( ASEM) ຄັ້ງທີ 12  ເຊິ່ງໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18 – 19 ຕຸລາ ຢູ່ ບຣຸກແຊນ ປະເທດແບນຊິກ, ດ້ວຍການເຂົ້າຮ່ວມຂອງບັນດາການນໍາລັດ ແລະ ລັດຖະບານ ຈາກ  51 ປະເທດສະມາຊິກ. ດ້ວຍຫົວຂໍ້ “  ອາຊີີ ແລະ ເອີີຣົບ: ການພົວພັນຄູ່ຮ່ວມມືທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ”, ບັນດາການນໍາ ໄດ້ແລກປ່ຽນກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງ 02 ທະວີບຕ້ອງປະເຊີນໜ້າໃນສະພາບການໂລກພວມມີການຜັນປ່ຽນຢ່າງໄວວາ ແລະ ສັບສົນ ແລະ ຍົກອອກບັນດາການກໍານົດທິດໃຫຍ່ ເພື່ອແນໃສ່ເພີ່ມທະວີການສົນທະນາ, ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ ອາຊີ - ເອີຣົບ ໃນການຮັບມືກັບບັນດາສິ່ງທ້າທາຍລວມ. ASEM ຄັ້ງທີ 12 ໄດ້ດໍາເນີນໃນສະພາບທີ່ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ນັບມື້ນັບຮ້າຍແຮງກວ່າ ແລະ ສະຖານະການໂລກເຕັມໄປດ້ວຍບັນດາບັນຫາ ຍາກທີ່ຈະຄາດເດົາລ່ວງໜ້າໄດ້.  ຈຸດປະສົງຂອງກອງປະຊຸມປີນີ້ ແມ່ນມຸ່ງໄປເຖິງເປົ້າໝາຍວາງອອກມາດຕະການເພື່ອແນໃສ່ເສີມຂະຫຍາຍບົດບາດຂອງ ASEM ໃນເລື່ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ, ການເຊື່ອມຕໍ່ລະຫວ່າງ ອາຊີ - ເອີຣົບ ແລະ ຖືກົດໝາຍສາກົນເປັນສໍາຄັນ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.
TAG
VOV/VOVworld/ASEM/ກົນໄກຮ່ວມມື/ຂະຫຍັນຂັນເຄື່ອນ