VOV WorldVOV World
ການຢ້ຽມຢາມສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມແລະມຽນມາ
24/08/2017 07:54
(VOVWORLD) -ວັນທີ 24 ສິງຫາ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສາທາລະນະລັດສະຫະພາບ ມຽນມາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ມຽນມາ Myanmar Htin Kyaw. ການຢ້ຽມຢາມ ມຽນມາ ແຕ່ວັນທີ 24 – 26 ສິງຫາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແມ່ນຂີດໝາຍໃຫມ່, ລະດັບສູງໃຫມ່, ກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ, ເພື່ອໃຫ້ການຮ່ວມມືນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ.
ການຢ້ຽມຢາມສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມແລະມຽນມາ
  ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພາຍຫລັງ 20 ປີນັບແຕ່ເມື່ອການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ເມື່ອປີ 1997. ການຢ້ຽມຢາມທາງລັດຖະກິດ ມຽນມາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ດຳເນີນໄປໃນສະພາບການພົວພັນລະຫວ່າງ ຫວຽດນາມ ແລະ ມຽນມາ ພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່, ໄປພ້ອມກັບບັນດາກາລະໂອກາດ ແລະ ສິ່ງສະດວກ.
TAG
VOV/VOVworld/ເສດຖະກິດສຳຄັນ