VOV WorldVOV World
ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ
03/02/2021 10:09
(VOVWORLD) - ມື້ນີ້ບັນດານັກຄອມມູນິດ ແລະ ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 3 ກຸມພາ ປີ 1930 - ວັນທີ 3 ກຸມພາ ປີ 2021) ໃນທ່າມກາງຄວາມເບີກບານມ່ວນຊື່ນ ເມື່ອກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຫາກໍ່ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ ໃນຊຸມປີທີ່ຈະມາເຖິງ.
ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ
ຄະນະບໍລິຫານງານສູນກາງພັກຂຸດທີ XIII . ພາບ:  dangcongsan.vn         ສຽງກັງວານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ໃນຊຸມມື້ນີ້ຍັງຄົງຖືກຮັກສາໄວ້ໃນຈິດໃຈບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ນັ້ນແມ່ນທ່ານນາງ ເຈິ່ນທິລົກ ຢູ່ແຂວງ ບັກກ້ານ, ທ່ານ ຫງວຽນຮວິ່ງທູ ຢູ່ແຂວງ ຫວິງລອງ ແລະ ທ່ານ ຫງວຽນຝູເກື່ອງ ຢູ່ແຂວງ ດົ່ງນາຍ. ບັນດາຜູ້ແທນໄດ້ຝາກຝັງຄວາມເຊື່ອໝັ້ນ ຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ແນວທາງຂອງພັກຄອມມູນິດຫວຽດນາມ ໃນມະຕິກອງປະຊຸມໃຫຍ່, ນີ້ໄດ້ຮັບຖືວ່າແມ່ນປັດໄຈທີ່ສຳຄັນ ເພື່ອຜັນຂະຫຍາຍເປົ້າໝາຍນຳປະເທດຊາດພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ ໃນຊຸມປີທີ່ຈະມາເຖິງຢ່າງມີໄຊ.        
TAG
VOV/VOVworld/ຄວາມຜາສຸກ/ວັດທະນາຖາວອນ/ຄວາມເຊື່ອໝັ້ນ/ພັກ