ກະຈາຍສຽງ - ພາຫະນະໃຫ້ການພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ
13/02/2019 09:06
(VOVWORLD) - ວັນທີ 13 ກຸມພາ ປີນີ້, ໂລກສະເຫຼີມສະຫຼອງວັນກະຈາຍສຽງໂລກຄັ້ງທີ 8 ດ້ວຍຫົວຂໍ້ວ່າ: “ກະຈາຍສຽງແມ່ນພາຫະນະໃຫ້ການພົບປະເຈລະຈາ, ອະນຸໂລມ ແລະ ສັນຕິພາບ”. ນີ້ແມ່ນວັນເພື່ອໃຫ້ໂລກເຊີດຊູບົດບາດຂອງກະຈາຍສຽງໃນການດຳລົງຊີວິດ.

ໃນປັດຈຸບັນ, ໄປຄຽງຄູ່ກັບພາລະບົດບາດສະໜອງຂໍ້ມູນຂ່າວສານ, ກະຈາຍສຽງຍັງປະກອບສ່ວນປ່ຽນແປງສະຕິຄວາມຮັບຮູ້ ແລະ ຄວາມສາມັກຄີວົງຄະນະຍາດໃນທຸກກໍລະນີສະພາບການ ກໍ່ຄືຊຸກຍູ້ການພົບປະເຈລະຈາຢ່າງຕັ້ງໜ້າ. ບົດຂຽນຂອງນັກຂ່າວ VOV. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP) ຮັບເອົາ ແລະ ອັບເດັດຂໍ້ມູນຂ່າວສານແມ່ນໜຶ່ງໃນບັນດາຄວາມຕ້ອງການສຳຄັນຂອງມະຫາຊົນ. ປັດຈຸບັນ, ກະຈາຍສຽງແມ່ນຮູບການສື່ມວນຊົນ ຍັງໄດ້ຮັບຖືວ່າ: ແມ່ນພາຫະນະສື່ສານມີທີ່ຕັ້ງບົດບາດສຳຄັນໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ມະຫາຊົນ, ແລະ ກໍ່ແມ່ນເຄື່ອງມືໂຄສະນາເຜີຍແຜ່ຂອງບັນດາອົງການການເມືອງ, ສັງຄົມ.
TAG
VOV/VOVworld/ກະຈາຍສຽງ/ພາຫະນະສື່ມວນຊົນ/VOV/VOV5
Related







