ກະກຽມບຸກຄະລາກອນ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມລະບຽບກົດໝາຍ
22/02/2016 10:00
ປະຈຸບັນ, ຢູ່ຫວຽດນາມພວມດຳເນີນບັນດາການເຄື່ອນໄຫວເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ຊຶ່ງຈະຖືກຈັດຂຶ້ນໃນວັນທີ 22/5ທີ່ຈະມາເຖິງ

ປະຈຸບັນ, ຢູ່ຫວຽດນາມພວມດຳເນີນບັນດາການເຄື່ອນໄຫວເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ຊຶ່ງຈະຖືກຈັດຂຶ້ນໃນວັນທີ 22/5ທີ່ຈະມາເຖິງ. ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆກໍດຳເນີນບັນດາກອງປະຊຸມປຶກສາຫາລືແນະນຳບຸກຄະລາກອນ ອອກສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຢ່າງມີປະຊາທິປະໄຕ, ຖືກຕ້ອງກັບລະບຽບກົດໝາຍ. (ພາບປະກອບ) ອາທິດແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມໄດ້ດຳເນີນ ກອງປະຊຸມປຶກສາຫາລືຄັ້ງທີ 1, ຕົກລົງກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນພະນັກງານຂອງບັນດາອົງການ, ສຳນັກງານຂັ້ນສູນກາງ ໄດ້ຮັບການແນະນຳອອກສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດຊຸດທີ 14. ຕໍ່ຈາກນັ້ນ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍໄດ້ດຳເນີນບັນດາ ກອງປະຊຸມປຶກສາຫາລືເພື່ອກະກຽມບຸກຄະລາກອນໃຫ້ແກ່ການເລືອກຕັ້ງຄັ້ງນີ້.
TAG
vovwold/ການເລືອກຕັ້ງ
Related
More








