VOV WorldVOV World
ກຳລັງໜູນໃໝ່ຊຸກຍູ້ການພົວພັນຫວຽດນາມ-ຈີນ
12/11/2017 04:30
(VOVWORLD) -ໂດຍຮັບຄຳເຊີນຈາກທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ໄດ້ມາຢ້ຽມຢາມທາງລັດຖະກິດທີ່ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດ APEC ຄັ້ງທີ 25 ຢູ່ດາຫນັ້ງ ແຕ່ວັນທີ 10 ຫາ ວັນທີ 13 ພະຈິກປີ 2017
ກຳລັງໜູນໃໝ່ຊຸກຍູ້ການພົວພັນຫວຽດນາມ-ຈີນ
ການຢ້ຽມຢາມເປັນການປະກອບສ່ວນກຳນົດທິດ ແລະ ຊັກຈູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາປົກກະຕິ, ສົດໃສ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ.  ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ        ນີ້ແມ່ນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຫຼາຍຝ່າຍຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 , ສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ ແລະ ລັດຈີນ ແລະ ກະໂຕທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງເອງ ທີ່ມີຕໍ່ການພົວພັນຫວຽດນາມ-ຈີນ ກໍຄືການສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC ສຳເລັດຜົນ.
TAG
VOV/VOVworld/ຈີນ/ຮ່ວມ​ມື