ຄຳສັ່ງລົງໂທດເຮັດໃຫ້ວິວັດທະນາການຟື້ນຟູການພົວພັນລັດເຊຍ-ອາເມລິກາ ຖືກແກ່ຍາວ
27/07/2017 07:52
(VOVWORLD) -ວັນທີ 26 ກໍລະກົດ 2017, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຈັດວາງບັນດາຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ, ດ້ວຍບັດເຫັນດີ 419 ບັດ ແລະ ມີບັດຄ້ານພຽງ 3 ບັດ. ການກະທຳດັ່ງກ່າວໄດ້ເຮັດໃຫ້ວິວັດທະນາການຟື້ນຟູການພົວພັນ 2 ຝ່າຍອາເມລິກາ - ລັດເຊຍ, ໂດຍທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ລິເລີ່ມປະສົບກັບຄວາມຫຍຸ້ງຍາກກວ່າຫຼາຍ.

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບປະກອບ: EPA/TTXVN) ບັນດາສະມາຊິກລັດຖະສະພາອາເມລິກາ ຕົກລົງຮັດແໜ້ນຄຳສັ່ງລົງໂທດລັດເຊຍ ຍ້ອນໄດ້ຖືວ່າ, ປະເທດນີ້ໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2016 ແລະ ມີບັນດາບັນຫາກ່ຽວຂ້ອງເຖິງ ຢູແກຼນ ແລະ ຊີຣີ. ຄຳສັ່ງລົງໂທດໃໝ່ພິເສດແມ່ນແນໃສ່ບັນດາໂຄງການນ້ຳມັນອາຍແກັດຂອງລັດເຊຍ ກັບບໍລິສັດຕ່າງໆຢູ່ອາເມລິກາ, ເຢຍລະມັນ ແລະ ບາງປະເທດອື່ນໆ. ດ້ວຍຮ່າງກົດໝາຍດັ່ງກ່າວ, ລັດຖະບານອາເມລິກາ ຕ້ອງໄດ້ຮັບຄວາມເຫັນດີຈາກສະພາແຫ່ງຊາດ ຖ້າຫາກຢາກຜັນຂະຫຍາຍບັນດາບາດກ້າວຕໍ່ໄປເພື່ອແນໃສ່ຜ່ອນຄາຍຄຳສັ່ງລົງໂທດ.
TAG
VOV/VOVworld/ພັນທະມິດ
Related








