ຂີດໝາຍການຕ່າງປະເທດຫວຽດນາມ ໃນອາຍຸການກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ
19/01/2021 07:13
(VOVWORLD) -ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ (2016-2020) ມີຄວາມໝາຍສຳຄັນຍິ່ງ, ໃນນັ້ນ, ຂະແໜງການພົວພັນກັບຕ່າງປະເທດບັນລຸໄດ້ບັນດາຜົນງານທີ່ພົ້ນເດັ່ນ. ບໍ່ພຽງແຕ່ແມ່ນບ່ອນອີງໃຫ້ແກ່ຊຸມປີຕໍ່ໄປເທົ່ານັ້ນ, ຫາກບັນດາໝາກຜົນນີ້ ຍັງສ້າງໃຫ້ມີຄວາມເຊື່ອໝັ້ນ, ທີ່ຕັ້ງບົດບາດໃໝ່ເພື່ອໃຫ້ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງໝັ້ນຄົງອີກດ້ວຍ, ນຳໃຊ້ອາລະໂອກາດ ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ທ່ານຮ່ວາງບິນກວັນ ທີ່ການປະຊຸມຂ່າວ (ພາບ:ໜັງສືພິມປັນຍາປະຊາຊົນ) ໃນອາຍຸການທີ່ຜ່ານມາ, ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ສະພາບການພາຍໃນປະເທດ ແລະ ສາກົນມີການຜັນແປຢ່າງໄວວາ, ສົບສົນ, ຍາກທີ່ຈະຄາດຄະເນໄດ້ນັ້ນ; ໄພທຳມະຊາດ, ໂລກລະບາດໄດ້ເກີດຂຶ້ນຢູ່ຫຼາຍແຫ່ງ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ຫຼາຍຜົນງານທີ່ສຳຄັນທີ່ສຸດ, ຮອດດ້ານພໍສົມຄວນ. ໝາກຜົນນີ້ມີການປະກອບສ່ວນສຳຄັນຂອງຂະແໜງການຕ່າງປະເທດ.
TAG
VOV/VOVworld/ທ່ານຮ່ວາງບິນກວັນ/ກອງປະຊຸມໃຫ່ຍຄັ້ງທີ 12/ພັກກອມມູນິດຫວຽດນາມ/ຄວາມຫຍຸ້ງຍາກ/ສິ່ງທ້າທາຍ/
Related








