VOV WorldVOV World
ຂີດໝາຍໃໝ່ຂອງ ຫວຽດນາມ ໃນສັບປະດາຂັ້ນສູງ APEC 2017
14/11/2017 09:06
(VOVWORLD) - ດ້ວຍຄວາມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ, ບັນດາເອກະສານໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ ມີຜົນສະທ້ອນຕໍ່ການເຕີບໂຕເສດຖະກິດ ແລະ ການເມືອງຂອງໂລກ.
ຂີດໝາຍໃໝ່ຂອງ ຫວຽດນາມ ໃນສັບປະດາຂັ້ນສູງ APEC 2017
  ຫວຽດນາມ ໄດ້ຈັດຕັ້ງສຳເລັດສັບປະດາຂັ້ນສູງ APEC ແລະ ປີ APEC 2017. ບັນດາໝາກຜົນທີ່ບັນລຸໄດ້ ພາຍຫລັງເຫດການການຕ່າງປະເທດສຳຄັນທີ່ສຸດໃນປີຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການ, ສະແດງໃຫ້ເຫັນບົດບາດຊັກຈູງນຳພາຂອງ ຫວຽດນາມ ສຳລັບບັນດາບັນຫາທີ່ມີຄວາມສົນໃຈລວມຂອງພາກພື້ນ ອາຊີ - ປາຊີຟິກ. APEC 2017 ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ນຳການພົວພັນ 2 ຝ່າຍກັບບາງປະເທດຂຶ້ນສູ່ລະດັບສູງໃໝ່.  ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ           ສັບປະດາຂັ້ນສູງ APEC 2017 ດ້ວຍການເຄື່ອນໄຫວສຳຄັນຫລາຍຢ່າງ, ມີການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC, ການມີໜ້າຂອງຜູ້ແທນກ່ວາ 10.000 ທ່ານ ແລະ ນັກຂ່າວພາຍໃນປະເທດ ແລະ ຕ່າງປະເທດກ່ວາ 2000 ຄົນ.         ດ້ວຍຄວາມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ, ບັນດາເອກະສານໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ ມີຜົນສະທ້ອນຕໍ່ການເຕີບໂຕເສດຖະກິດ ແລະ ການເມືອງຂອງໂລກ.
TAG
VOV/VOVworld/ຂີດໝາຍໃໝ່ຂອງ ຫວຽດນາມ