VOV WorldVOV World
ຂີດໝາຍໃໝ່ຂອງສະພາແຫ່ງຊາດຫວຽດນາມ
01/04/2016 12:21
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ໄດ້​ກາຍ​ເປັນ​ປະ​ທານ​ຄົນ​ໃໝ່​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ . ພ້ອມ​ກັນ​ນັ້ນ, ທ່າ​ນ​ນາງ​ກໍ​ແມ່ນ​ແມ່​ຍິງ​ຄົນ​ທຳ​ອິດ​ທີ່​ດຳ​ລົງ​ຕຳ​ແໜ່ງນີ້​ໃນ​ປະ​ຫວັດ​ສາດກວ່າ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງສະ​ພາ​ແຫ່ງ​ຊາດຫວຽດ​ນາມ
ຂີດໝາຍໃໝ່ຂອງສະພາແຫ່ງຊາດຫວຽດນາມ
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ໄດ້​ກາຍ​ເປັນ​ປະ​ທານ​ຄົນ​ໃໝ່​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ ພາຍຫຼັງ​ປ່ອນ​ບັດ​ຢູ່​ຫໍ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 31/3. ພ້ອມ​ກັນ​ນັ້ນ, ທ່າ​ນ​ນາງ​ກໍ​ແມ່ນ​ແມ່​ຍິງ​ຄົນ​ທຳ​ອິດ​ທີ່​ດຳ​ລົງ​ຕຳ​ແໜ່ງນີ້​ໃນ​ປະ​ຫວັດ​ສາດກວ່າ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງສະ​ພາ​ແຫ່ງ​ຊາດຫວຽດ​ນາມ. ເຫດ​ການນີ້​ສືບ​ຕໍ່​ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ, ທັງ​ເປັນ​ການຢັ້ງ​ຢືນ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິ່ງ-ຊາຍ  . ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ແມ່ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ   (quochoi)      ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ແມ່ນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 4 ຕຳ​ແໜ່ງທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ກົງ​ຈັກ​ນຳ​ພາ​ປະ​ເທດ​ຊາດ. ໃນ​ຈຸດ​ເວ​ລາ​ທຳ​ອິດ​ທີ່​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາງ​ປະ​ທານສະ​ພາ​ແຫ່ງ​ຊາດຄົນ​ໃໝ່​ໄດ້​ມີ​ຄຳ​ສາ​ບານ​ຕົວ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ຫວັງ​ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ເດັດ​ຂາດ.     
TAG
vovworld/ສະ​ພາ​ແຫ່ງ​ຊາດ

More