VOV WorldVOV World
ຂີດໝາຍການທູດຫລາຍຝ່າຍປີ 2020
23/12/2020 10:12
(VOVWORLD) - ປີ 2020, ໃນຜົນສຳເລັດລວມຂອງການພົວພັນຕ່າງປະເທດຫວຽດນາມ 2020, ຂົງເຂດການທູດຫລາຍຝ່າຍ ໄດ້ສ້າງຂີດໝາຍທີ່ໜ້າປະທັບໃຈ. ໃນບັນດາຄວາມຫຍຸ້ງຍາກ, ຫວຽດນາມ ໄດ້ເປັນເຈົ້າການ, ມີໄຫວພິບ ແລະ ປະດິດຄິດສ້າງ, ຫັນສິ່ງທ້າທາຍກາຍເປັນກາລະໂອກາດ, ນຳທີ່ຕັ້ງຂອງຫວຽດນາມ ສືບຕໍ່ບືນຕົວ ແລະ ພົ້ນເດັ່ນຂຶ້ນຢູ່ເວທີສາກົນ.
ຂີດໝາຍການທູດຫລາຍຝ່າຍປີ 2020
ຂີດໝາຍການທູດຫລາຍຝ່າຍປີ 2020 (ພາບ: vietnamnet.vn )   ປີ 2020 ແມ່ນປີພິເສດທີ່ສຸດ ດ້ວຍຫລາຍການຜັນແປຢ່າງສັບສົນຢູ່ພາກພື້ນ ແລະ ໃນໂລກ. ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ, ການແກ້ງແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ເສດຖະກິດໂລກຕົກເຂົ້າສູ່ວິກິດການຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່…ໃນສະພາບການນັ້ນ, ຫວຽດນາມ ປະຕິບັດຄວາມຮັບຜິດຊອບ “ຄວບຄູ່” ແມ່ນເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຊຶ່ງບັນລຸໄດ້ຜົນງານຫລາຍຢ່າງ, ຊ້ຳບໍ່ໜຳ ໄດ້ສ້າງ ຂີດໝາຍ ແລະ ສ້າງພື້ນຖານສຳຄັນໃຫ້ແກ່ກົນໄກຮ່ວມມືໃນໄລຍະຈະມາເຖິງ.
TAG
VOV/VOVworld/ຂີດໝາຍ/ການທູດ/ອາ​ຊຽນ/ສະ​ຫະ​ປະ​ຊາ​ຊາດ