VOV WorldVOV World
ຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກຳປູເຈຍ
20/07/2017 09:53
(VOVWORLD) -ວັນທີ 20 ກໍລະກົດ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກ ກຳປູເຈຍ ຕາມຄຳເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ. ການຢ້ຽມຢາມດຳເນີນແຕ່ວັນທີ 20-22 ກໍລະກົດ ມີຄວາມໝາຍປະຫວັດສາດ ແລະ ແມ່ນເຫດການສ້າງຂີດໝາຍແຫ່ງບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ກຳປູເຈຍ ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ.
ຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກຳປູເຈຍ
 ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ນີ້ແມ່ນການຢ້ຽມຢາມກຳປູເຈຍ ເປັນຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນຖານະຕຳແຫນ່ງເປັນເລຂາທິການໃຫຍ່, ຖັດຈາກການຢ້ຽມຢາມຄັ້ງທຳອິດ ແຕ່ວັນທີ 6 - 8 ທັນວາ ປີ 2011. ການຢ້ຽມຢາມໄດ້ດຳເນີນໄປໃນສະພາວະ ຫວຽດນາມ ແລະ ກຳປູເຈຍ ຫາກໍ່ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ.
TAG
VOV/VOVworld/ສະຖຽນລະພາບ ແລະ ໝັ້ນຄົງ