ຂໍ້ຕົກລົງນິວເຄຼຍ ອີຣານ ຕໍ່ຄວາມດັນຈາກ ອາເມລິກາ
09/08/2017 07:51
(VOVWORLD) - ການພົວພັນ ອາເມລິກາ - ອີຣານ ພວມປະເຊີນໜ້າຕໍ່ການຜັນແປຢ່າງສັບສົນໃໝ່ ພາຍຫລັງອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ເພີ່ມກຳລັງດັນຕໍ່ປະເທດຕາເວັນອອກກາງນີ້ ດ້ວຍຫລາຍມາດຕະການ ເຊິ່ງໃໝ່ສຸດແມ່ນເລື່ອງເຊັນ ຄຳສັ່ງລົງໂທດດ້ານເສດຖະກິດໃນວັນທີ 02 ສິງຫາ.

ທ່ານ Trump ເນັ້ນໜັກວ່າ ຄຳສັ່ງລົງໂທດນີ້ ແມ່ນສານສົ່ງເຖິງ ອີຣານ ວ່າ ຊາວ ອາເມລິກາ ຈະບໍ່ຕໍ່ການກະທຳອັນຕະລາຍ ແລະ ກໍ່ຄວາມຂາດສະຖຽນລະພາບຂອງ ອີຣານ. ເຖິງຢ່າງໃດກໍ່ຕາມ, ຫາງສຽງຖືວ່າ: ເປົ້າໝາຍສຸດທ້າຍຂອງບັນດາການກະທຳດັ່ງກ່າວ ແມ່ນເພື່ອແນໃສ່ທຳລາຍຂໍ້ຕົກລົງນິວເຄຼຍ ເຊິ່ງ ອີຣານ ໄດ້ເຊັນກັບກຸ່ມ P5 + 1 (ຈີນ, ຝຣັ່ງ, ລັດເຊຍ, ອັງກິດ, ເຢຍລະມັນ ແລະ ອາເມລິກາ) ເມື່ອປີ 2015.
TAG
VOV/VOVworld/ອີຣານ/ອາເມລິກາ
Related








