VOV WorldVOV World
ຂໍ້ຕົກລົງນິວເຄຼຍ ອີຣານ ລົ້ມເຫຼວ ແລະ ບັນດາຜົນພາຍຫລັງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້
10/10/2017 09:04
(VOVWORLD) - ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ ຊຶ່ງໄດ້ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ).
ຂໍ້ຕົກລົງນິວເຄຼຍ ອີຣານ ລົ້ມເຫຼວ ແລະ ບັນດາຜົນພາຍຫລັງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້
ໂດຍບໍ່ຫົວຊາຕໍ່ການຮັບຮູ້ຂອງອົງການພະລັງງານປະລະມານູສາກົນ (IAEA) ວ່າ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ, ອາເມລິກາ ຍັງຄົງເດັດດ່ຽວຖະແຫຼງເຈດຈຳນົງຖອນອອກຈາກຂໍ້ຕົກລົງນີ້, ພ້ອມທັງຊັ່ງຊາບັນດາມາດຕະການຈັດວາງຄຳສັ່ງຂວ້ຳບາດໃໝ່. ການກະທຳດັ່ງກ່າວ ເຮັດໃຫ້ການພົວພັນ ອາເມລິກາ - ອີຣານ ຕົກເຂົ້າສູ່ໃນສະພາບຄວາມເຄັ່ງຕຶງ ດ້ວຍບັນດາຜົນພາຍຫລັງທີ່ອັນຕະລາຍ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.  ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)          ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ ຊຶ່ງໄດ້ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ). ຕາມຂໍ້ຕົກລົງນີ້ແລ້ວ, ອີຣານ ເຫັນດີຮັດແຄບໂຄງການນິວເຄຼຍ ເພື່ອແລກເອົາເລື່ອງປະຊາຄົມສາກົນຍົກເລີກຄຳສັ່ງລົງໂທດສາກົນສ່ວນຫລາຍ ທີ່ໄດ້ຈັດວາງຕໍ່ປະເທດນີ້. ນີ້ໄດ້ຮັບຖືວ່າ ແມ່ນໄຊຊະນະດ້ານການທູດ, ແມ່ນຂີດໝາຍໃນອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Barack Obama. ເຖິງຢ່າງໃດກໍ່ຕາມ, ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊອກຫາບັນຫາເຫດຜົນ ເພື່ອຖອນ ຫຼື ຍົກເລີກຂໍ້ຕົກລົງນີ້ດ້ວຍລຳພັງຝ່າຍດຽວ. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ Donald Trump ຍັງເອີ້ນ ຂໍ້ຕົກລົງນິວເຄຼຍກັບ ອີຣານ ແມ່ນ “ເລື່ອງຕະຫຼົກ” ແລະ ແມ່ນ “ແມ່ນຂໍ້ຕົກລົງຊົ່ວຮ້າຍທີ່ສຸດໃນປະຫວັດສາດ”.
TAG
VOV/VOVworld/ອັງກິດ/ຝະຣັ່ງ/ອາເມລິກາ/ຈີນ/ລັດເຊຍ/ອີ​ຣານ