ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ຝ່າຍຕາເວັນຕົກ ແລະ ຈີນ ຖືກເພີ່ມຂຶ້ນ
26/03/2021 08:23
(VOVWORLD) -ໃນຊຸມວັນຜ່ານມາ, ການພົວພັນລະຫວ່າງບັນດາປະເທດຝ່າຍຕາເວັນຕົກ, ລະອຽດແມ່ນ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ກັບ ຈີນ ຍິ່ງມີຄວາມເຄັ່ງຕຶງທີ່ ຮ້າຍແຮງຂຶ້ນຕື່ມ. ບັນດາມາດຕະການແຂງກະດ້າງເລັ່ງໃສ່ກັນໄດ້ຍົກອອກມາ, ອັນໄດ້ຍູ້ການພົວພັນລະຫວ່າງສອງຝ່າຍຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດໃນຫຼາຍທົດສະວັດຜ່ານມາ.

ໃນຕົວຈິງ, ການພົວພັນລະຫວ່າງຝ່າຍຕາເວັນຕົກ ກັບ ຈີນ ມີທ່າອ່ຽງຊົ່ວຮ້າຍລົງນັ້ນ ແມ່ນແຜນເຊິ່ງວົງການນັກໄຈ້ແຍກໄດ້ເຕື້ອງເຖິງແລ້ວ, ພິເສດແມ່ນ ພາຍຫຼັງທີ່ທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ. ຕາມການເວລາ, ແຜນດັ່ງກ່າວ ຄ່ອຍໆກາຍເປັນຕົວຈິງ ພາຍຫຼັງທີ່ທ່ານປະທານາທິບໍດີຂອງປະເທດມະຫາອຳນາດອັນດັບໜຶ່ງຂອງໂລກ ໄດ້ມີຄຳກ່າວປາໄສ ພ້ອມກັບການກະທຳທີ່ແຂງກະດ້າງສຳລັບ ຈີນ ຢ່າງລຽນຕິດ, ພ້ອມທັງພະຍາຍາມແກ່ດຶງບັນດາພັນທະມິດເອີຣົບ ເຂົ້າຮ່ວມຄວາມມານະພະຍາຍາມ ເພື່ອຮັບມືກັບ ປັກກິ່ງ. ສຸດທ້າຍແມ່ນ ສອງປະເທດພວມຖືກຕົກເຂົ້າສູ່ສະພາບການສູ້ຢັນກັນທີ່ເຄັ່ງຕຶງທີ່ບໍ່ເຄີຍມີມາກ່ອນ ດ້ວຍການຈັດວາງມາດຕະການລົງໂທດຕ່າງໆເພື່ອຕອບໂຕ້ເຊິ່ງກັນແລະກັນ.
TAG
VOV/VOVworld/ຝ່າຍຕາເວັນຕົກ/ຊິນຈຽງ/ຈີນ/ອາເມລິກາ/ເຄັ່ງຕຶງ
Related
More








