ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດ
26/10/2020 07:54
(VOVWORLD) -ໄພພະຍຸນ້ຳຖ້ວມຢ່າງຮ້າຍແຮງຢູ່ ບັນດາແຂວງທາງພາກກາງຫວຽດນາມ ແຕ່ວັນທີ 6 ຕຸລາມາຮອດປະຈຸບັນ ໄດ້ກໍ່ຜົນເສຍຫາຍຢ່າງໃຫ່ຍຫຼວງ ໃນດ້ານຊີວິດອິນຊີ ແລະ ຊັບສົມບັດ ຊື່ງໄດ້ເຮັດໃຫ້ປະຊາຊົນ 130 ຄົນເສຍຊີວິດ ແລະ 18 ຄົນຫາຍສາບສູນ, ເນື້ອທີ່ປູກຝັງນັບໆພັນເຮັກຕາຖືກນ້ຳຖ້ວມ, ເສັ້ນທາງຄົມມະນາຄົມຫຼາຍສາຍຖືກເຊາະເຈື່ອນ. ລັດຖະບານຫວຽດນາມ ໄດ້ພ້ອມກັບບັນດາທ້ອງຖິ່ນ ມານະພະຍາຍາມຜັນຂະຫຍາຍ ບັນດາມາດຕະການແກ້ໄຂຜົນຮ້າຍຈາກໄພທຳມະຊາດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດຖືກພະຍຸນ້ຳຖ້ວມໃຫ້ເປັນປົກກະຕິ. ບັນດາຄວາມມານະພະຍາຍາມດັ່ງກ່າວ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຫາງສຽງ.

ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ເຮັດວຽກກັບບັນດາແຂວງພາກກາງ (ພາບ: VGP/Quang Hiếu) ພະຍຸນ້ຳຖ້ວມເກີດຂຶ້ນຢູ່ພາກກາງຄັ້ງນີ້ ແມ່ນຄັ້ງປະຫວັດສາດ. ພະຍຸຂະໜາດໃຫ່ຍ ແລະ ໃຫ່ຍພິເສດ ໄດ້ເກີດຂຶ້ນໃນທົ່ວ 16 ສາຍແມ່ນ້ຳໃຫ່ຍ ຊື່ງໄດ້ພາໃຫ້ເກີດນ້ຳຖ້ວມເປັນບໍລິເວນກ້ວາງ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນທຸກຂັ້ນໄດ້ເປັນເຈົ້າການໃນການຊີ້ນຳຢ່າງເດັດດ່ຽວ, ທັນການ, ຄວາມເສຍຫາຍຈາກພະຍຸນ້ຳຖ້ວມກໍ່ໄດ້ຫລຸດລົງໃນລະດັບຕຳ່ສຸດ.
TAG
VOV/VOVworld/ສະພາບຝົນຕົກ/ພະຍຸ/ແຂວງກວາງບິນ/ໄພທຳມະຊາດ/ໂດ້ວັນຊິງ/ສະມາຊິກສະພາແຫ່ງຊາດ
Related








