VOV WorldVOV World
ຄວາມ​ສ່ຽງເກີດໄພ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກຫຼັງ​ໂລກ​ລະ​ບາດ​ໂຄວິດ 19
23/03/2021 08:57
(VOVWORLD) -ໂລກລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດບັນດາຜົນຮ້າຍຢ້ອນຫຼັງອັນໜັກໜ່ວງ ໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ. ຕາມການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ໄລ່ຮອດປີ 2025, ຜົນເສຍຫາຍຍ້ອນໂລກລະບາດໂຄວິດ 19, ໄດ້ຂຶ້ນເຖິງ 28 ພັນຕື້ USD. ດ້ວຍບັນດາການຜັນແປຂອງໂລກລະບາດໂຄວິດ 19 ແລະ ການສະຖິຕິໂດຍສັງເຂບໃນຊຸມເດືອນຕົ້ນປີ 2021, ໂລກຈະມີຄວາມສ່ຽງປະເຊີນໜ້າກັບວິກິດການດ້ານການເງິນຄັ້ງໃໝ່ ແລະ ປີ 2021 ສືບຕໍ່ແມ່ນປີທີ່ພື້ນຖານເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກ.
ຄວາມ​ສ່ຽງເກີດໄພ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກຫຼັງ​ໂລກ​ລະ​ບາດ​ໂຄວິດ 19
  (ພາບ: thethaovanhoa.vn )      ບັນດາການຜັນແປອັນສັບສົນຂອງໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ຕະຫຼາດການເງິນທົ່ວໂລກ ປະເຊີນໜ້າກັບບັນດາຄວາມສ່ຽງ, ຕະຫຼາດນ້ຳມັນບໍ່, ລາຄາຄຳ, ສະກຸນເງິນ USD, ການຜັນແປຜິດປົກກະຕິ…ໄດ້ເຮັດໃຫ້ພື້ນຖານເສດຖະກິດໂລກ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຊັບຊ້ອນກັນ.
TAG
VOV/VOVworld/ຄາດຄະເນ/ຄວາມສ່ຽງ/ວິກິດການ/ກອງທຶນເງິນຕາສາກົນ (IMF)/ການກະຕູ້ນ/