ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ເວເນຊູເອລາ ກັບ ອາເມລິກາ ແລະ ບາງປະເທດ ອາເມລິກາລາຕິນ
16/08/2017 08:13
(VOVWORLD) - ໃນຊຸມວັນມໍ່ໆມານີ້, ການພົວພັນລະຫວ່າງ ເວເນຊູເອລາ ກັບ ອາເມລິກາ ແລະ ບາງປະເທດ ອາເມລິກາລາຕິນ, ເປັນຕົ້ນແມ່ນ ເປຣູ ພັດເຄັ່ງຕຶງຂຶ້ນ ຂະນະທີ່ບັນດາຝ່າຍມີບັນດາການກະທຳຕຳໜິຕິຕຽນເຊິ່ງກັນ ແລະ ກັນ ກໍ່ຄືມີຄຳນາບຂູ່ແຊກແຊງດ້ານການທະຫານ.

ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ພາບ: EPA/TTXVN ທຸກສິ່ງໄດ້ເກີດຂຶ້ນ ພາຍຫລັງຜູ້ມີສິດເລືອກຕັ້ງ ເວເນຊູເອລາ ໄດ້ເລືອກຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນ (ANC)ຊຶ່ງແມ່ນ ອົງການທີ່ມີໜ້າທີ່ປັບປຸງລັດຖະທຳມະນູນປີ 1999 ເພື່ອຊ່ວຍ ເວເນຊູເອລາ ຜ່ານຜ່າວິກິດການດ້ານການເມືອງຄືປະຈຸບັນ. ການຂັດແຍ້ງທີ່ຫາກໍ່ເກີດຂຶ້ນ ເຮັດໃຫ້ ເວເນຊູເອລາ ມີຄວາມຫຍຸ້ງຍາກຕື່ມອີກ ໃນການແກ້ໄຂວິກິດການດ້ານການເມືອງ ແລະ ເສດຖະກິດ. ເຖິງຢ່າງໃດກໍ່ຕາມ ຊາວເວເນຊູເອລາ ຫວັງວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Maduro ຈະແກ້ໄຂບັນດາຄວາມຫຍຸ້ງຍາກເທື່ອລະກ້າວ ເພື່ອໃຫ້ ເວເນຊູເອລາ ຟື້ນຟູທີ່ຕັ້ງບົດບາດຊຶ່ງ ແມ່ນໜຶ່ງໃນບັນດາປະເທດ ທີ່ມີຜົນສະທ້ອນດ້ານເສດຖະກິດ ແລະ ການເມືອງໃຫຍ່ກວ່າໝູ່ຢູ່ ອາເມລິກາໃຕ້. ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງຝ່າຍຄ້ານຢູ່ເວເນຊູເອລານັ້ນ, ປະທານາທິບໍດີ Nicolas Maduro ຖະແຫຼງວ່າ ໄຊຊະນະພາຍຫຼັງທີ່ອົງການເລືອກຕັ້ງຂອງປະເທດນີ້ໄດ້ປະກາດຈຳນວນຜູ້ມີສິດໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນໄດ້ຂຶ້ນເຖິງກວ່າ 8 ລ້ານຄົນແລ້ວ ເທົ່າກັບ 41,5%, ສູງກ່ວາລະດັບຕ່ຳສຸດຄື 15 % ຕາມການກຳນົດຂອງລັດຖະທຳມະນູນ. ປະທານາທິບໍດີ Nicolas Maduro ຖືວ່າ ການສ້າງຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນແມ່ນວິທີພຽງຢ່າງດຽວເທົ່ານັ້ນເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງເກີດການແຫ່ຂະບວນປະທ້ວງຂອງຝ່າຍຄ້ານເປັນເວລາຫຼາຍເດືອນ ອັນໄດ້ເຮັດໃຫ້ສະພາບການດ້ານການເມືອງຢູ່ເວເນຊູເອລາຕົກເຂົ້າສູ່ສະພາບບໍ່ມີທາງອອກ.
TAG
VOV/VOVworld/ເວເນຊູເອລາ/ເປຣູ/ອາເມລິກາ
Related








