ຄວາມເຄັ່ງຕຶງລັດເຊຍ-ຕວກກີບໍ່ນຳມາເຊິ່ງຜົນປະໂຫຍດ
03/12/2015 10:07
ເລື່ອງຕວກກີຍິງເຮືອບິນສູ້ຮົບ Su 24 ຂອງລັດເຊຍຕົກເມື່ອວັນທີ 24/11 ບໍ່ພຽງແຕ່ກໍ່ຄວາມເຄັ່ງຕຶງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດເທົ່ານັ້ນ, ຫາກຍັງເຮັດໃຫ້ກຳລັງໃນສຳພັນທະມິດສູ້ຮົບສາກົນຕ້ານ IS ຢູ່ຕາເວັນອອກກາງຖືກກະແຈກກະຈາຍອີກດ້ວຍ

ເລື່ອງຕວກກີຍິງເຮືອບິນສູ້ຮົບ Su 24 ຂອງລັດເຊຍຕົກເມື່ອວັນທີ 24/11 ຢູ່ເຂດຊາຍແດນຊີຣີ ແມ່ນຍ້ອນຖືວ່າ ເຮືອບິນລຳນີ້ໄດ້ລ່ວງລ້ຳເຂດນານຟ້າຂອງ ຕວກກີ ແລະ ເລື່ອງນີ້ບໍ່ພຽງແຕ່ກໍ່ຄວາມເຄັ່ງຕຶງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດເທົ່ານັ້ນ, ຫາກຍັງເຮັດໃຫ້ກຳລັງໃນສຳພັນທະມິດສູ້ຮົບສາກົນຕ້ານກຳລັງລັດອິດສະລາມໂດຍຂະໜານນາມເອງ IS ຢູ່ຕາເວັນອອກກາງຖືກກະແຈກກະຈາຍອີກດ້ວຍ ເຫດຍິງເຮືອບິນຕົກໄດ້ເກີດຂຶ້ນໃນສະພາວະທີ່ລັດເຊຍ ແລະ ບັນດາປະເທດໃນສຳພັນທະມິດສູ້ຮົບສາກົນຕ້ານ ISໂດຍອາເມລິການຳໜ້າ ພວມເພີ່ມທະວີການບຸກໂຈມຕີ, ທຳລາຍບັນດາເປົ້າໝາຍຂອງ IS. ບັນດາການບຸກໂຈມຕີໂດຍລັດເຊຍປະຕິບັດ ພວມໄດ້ຮັບບັນດາໝາກຜົນອັນຕັ້ງໜ້າ.
TAG
vovworld/ກໍ່ການຮ້າຍ
Related
More








