ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ ຕ້ອງການມີເວລາເພື່ອແກ້ໄຂ
29/08/2017 10:26
(VOVWORLD) -ເກືອບ 3 ເດືອນທີ່ໄດ້ຜ່ານພົ້ນໄປ, ຄວາມເຄັ່ງຕຶງໃນການພົວພັນລະຫວ່າງບັນດາປະເທດເຂດອ່າວເປີເຊຍ ຍັງບໍ່ທັນມີສັນຍານຈະສິ້ນສຸດ

ເຖິງວ່າ ຄູເວດເປັນຄົນກາງໄກ່ເກ່ຍກໍຕາມ, ແຕ່ວິກິດການຍັງຄົງບໍ່ມີທາງອອກຍ້ອນທັດສະນະແຂງກະດ້າງຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງບັນຫາຕ້ານກໍ່ການຮ້າຍ, ລົດທິຫົວຮຸນແຮງ, ນະໂຍບາຍການທູດ. ໃນຂະນະນັ້ນ, ການຕົກລົງຂອງກາຕາກ່ຽວກັບການຟື້ນຟູການພົວພັນທາງການທູດຢ່າງເຕັມສ່ວນກັບອີຣານ ພວມກໍ່ຄວາມວິຕົກກັງວົນຕໍ່ການເກີດບັນດາບັນຫາໃໝ່. ພາບປະກອບ ວິກິດການໄດ້ເກີດຂຶ້ນເມື່ອທ້າຍເດືອນພຶດສະພາປີ 2017 ຂະນະທີ່ກະສັດ ກາຕາ Hamad Al-Thani ໄດ້ກ່າວສະແດງບັນດາທັດສະນະການເມືອງຢ່າງແຂງແຮງໂດຍໝູນອ້ອມບັນດາຫົວເລື່ອງສະດຸ້ງໄວໃນພາກພື້ນຄື : ອີຣານ, ອົງການສິດສະລາມ Hamas ຂອງປາແລັສຕິນ, ອິດສະຣາແອນ ແລະ ອາເມລິກາ. ການສະແດງທັດສະນະນີ້ ໄດ້ພາໃຫ້ບັນດາປະເທດໃນພາກພື້ນ ຊຶ່ງເລີ່ມຕົ້ນແມ່ນຊາອຸດິ ອາຣາເບຍ ໄດ້ພ້ອມກັນຕັດການພົວພັນທາງການທູດກັບກາຕາ, ພ້ອມກັນນັ້ນ ກໍກ່າວຫາ ໂດຮາ ມີການພົວພັນກັບອີຣານ, ສະໜັບສະໜູນບັນດາກຸ່ມອິດສະລາມນິກາຍຊັນນີຫົວຮຸນແຮງ ແລະ ປະຕິບັດບັນດານະໂຍບາຍທີ່ກໍ່ການຂາດສະຖຽນວະພາບໃນພາກພື້ນ. ກາຕາໄດ້ປະຕິເສດທຸກຂໍ້ກ່າວກາ ແລະ ເນັ້ນໜັກວ່າ ກະສັດກາຕາ Hamad Al-Thani ບໍ່ກ່າວສະແດງທັດທະນະເຊັ່ນນັ້ນ ແລະ ຍ້ອນພວກຮັກເກີໄດ້ບຸກຕີເວບໄຊຂອງສຳນັກຂ່າວສານ QNA , ພ້ອມທັງຮຽກຮ້ອງກົມສືບສວນສະຫະລັດ ອາເມລິກາ FBI ໃຫ້ການໜູນຊ່ວຍແກ່ການສືບສວນ. ຄວາມໂກດແຄ້ນຂອງບັນດາປະເທດໃນພາກພື້ນຍິ່ງເພີ່ມຂຶ້ນສູງຂະນະທີ່ກຸ່ມ 4 ປະເທດອາຣັບຄື ຊາອຸດິ ອາຣາເບຍ, ບາແຣັນ ໄດ້ຍົກອອກຄຳຂາດລວມມີ 13 ຂໍ້, ໃນນັ້ນໄດ້ຮຽກຮ້ອງກາຕາປິດປະຕູຊອງໂທລະພາບ Al-Jazeera , ຢຸດຕິການໜູນຊ່ວຍບັນດາກຸ່ມກໍ່ການຮ້າຍ ແລະ ຫົວຮຸນແຮງ, ຫຼຸດລະດັບການພົວພັນກັບອີຣານ ແລະ ຢຸດຕິການປະກົດຕົວຂອງທະຫານຕວກກີຢູ່ດິນແດນ ກາຕາ. ແຕ່ສຳລັບ ກາຕາກໍໄດ້ປະຕິເສດຕໍ່ການປະຕິບັດ ແລະ ຖືວ່າ ການກະທຳດັ່ງກ່າວຂອງບັນດາປະເທດອາຣັບ ແມ່ນໄດ້ລະເມີດອະທິປະໄຕ.
TAG
VOV/VOVworld/ຄວາມເຄັ່ງຕຶງ
Related








