VOV WorldVOV World
ຄວາມໝັ້ນຄົງ​ຂອງ​ໂລກ ​ແມ່ນ​ບັນຫາຈຸດ​ສຸມ ທີ່​ກອງ​ປະ​ຊຸມ Munich 2019
19/02/2019 11:00
(VOVWORLD) - ກອງປະຊຸມຄວາມໝັ້ນຄົງ Munich 2019 ເຊິ່ງເປັນກອງປະຊຸມກ່ຽວກັບຄວາມໝັ້ນຄົງ ທີ່ໄດ້ຮັບຖືວ່່າ ແມ່ນມີຄວາມສົນໃຈທີ່ສຸດໃນໂລກ ເຊິ່ງຫາກໍຖືກດໍາເນີນໃນທ້າຍອາທິດຜ່ານມາ ຢູ່ ນະຄອນ Munich, ປະເທດ ເຢຍລະມັນ ດ້ວຍຫຼາຍຫົວຂໍ້ສໍາຄັນຂອງການພົວພັນສາກົນ ທີ່ໄດ້ນໍາມາປຶກສາຫາລື. ກອງປະຊຸມດັ່ງກ່າວ ຖືກດໍາເນີນໃນສະພາບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ເອີຣົບ ທີ່ພວມມີທ່ວງທ່າເພີ່ມຂຶ້ນ ພ້ອມກັບບັນດາບັນຫາກ່ຽວກັບຄວາມໝັ້ນຄົງທີ່ສັບສົນໃນທົ່ວໂລກ ຍັງບໍ່ທັນມີມາດຕະການແກ້ໄຂ.
ຄວາມໝັ້ນຄົງ​ຂອງ​ໂລກ ​ແມ່ນ​ບັນຫາຈຸດ​ສຸມ ທີ່​ກອງ​ປະ​ຊຸມ Munich  2019
  ກອງປະຊຸມ Munich  2019 ໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ເປັນ ປະມຸກລັດຈາກ 35 ປະເທດ, ລັດຖະມົນຕີການຕ່າງປະເທດ 50 ທ່ານ, ລັດຖະມົນຕີກະຊວງປ້ອງກັນປະເທດ 30 ທ່ານ ແລະ ຫຼາຍອົງການຈັດຕັ້ງສາກົນ. ດ້ວຍການປຶກສາຫາລືນັບຮ້ອຍໆຄັ້ງ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແກ້ງແຍ້ງ ແລະ ການຮ່ວມມືລະຫວ່າງບັນດາປະເທດມະຫາອໍານາດ, ອະນາຄົດຂອງສະຫະພາບເອີຣົບ, ບັນດາການພົວພັນຂ້າມ ມະຫາສະມຸດອັດລັງຕິກ ຕະຫຼອດຮອດ ອະນາຄົດຂອງການຄວບຄຸມອາວຸດ ແລະ ນະໂຍບາຍປ້ອງກັນຊາດ, ການພົວພັນລະຫວ່າງການຄ້າ ແລະ ຄວາມໝັ້ນຄົງສາກົນ.  ກອງປະຊຸມຄວາມໝັ້ນຄົງ Mun ich  2019
TAG
VOV/VOVworld/ກອງ​ປະຊຸມ​ຄວາມໝັ້ນຄົງ Munich 2019/ຍຸດ​ທະ​ສາດ ອິນ​ເດຍ - ປາຊີ​ຟີ​ກ/ກຸ່ມ​ບໍລິສັດ Huawei/ຕາ​ເວັນ​ອອກ​ກາງ