ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
14/01/2021 10:05
(VOVWORLD) - ຄວາມຄາດຫວັງສົ່ງເຖິງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນໄປໃນເວລາ 3 ວັນ ຄືແຕ່ວັນທີ 13-15 ມັງກອນປີ 2021. ນອກຈາກ ຄັດເລືອກ, ເລືອກຕັ້ງຖັນແຖວພະນັກງານການນຳຂັ້ນສູງໃຫ້ອາຍຸການຈະມາເຖິງ, ກອງປະຊຸມໃຫຍ່ຄັ້ງນີ້ ຍັງຕັ້ງຄວາມຄາດຫວັງ ຈະວາງອອກຍຸດທະສາດພັດທະນາ ພ້ອມກັບບັນດາມາດຕະການມີລັກສະນະບຸກທະລຸ, ນຳປະເທດລາວ ຫລຸດພົ້ນອອກຈາກຄວາມຫຍຸ້ງຍາກວິກິດການ, ສືບຕໍ່ພັດທະນາ.

ກໍ່ເຊັ່ນດຽວກັນກັບຊາວລາວນັບລ້ານຄົນ, ທ່ານ ຈັນບຸດດີ ຢູ່ ບ້ານໄຊສະຫວາດ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ຍາມໃດກໍ່ຮູ້ສຶກວ່າ ຕົນເອງ ແລະ ຄອບຄົວ, ພີ່ນ້ອງລ້ວນແຕ່ມີຄວາມປອດໄພ ເພາະໃນປີຜ່ານມາ ລັດຖະບານ ແລະອຳນາດການປົກຄອງທຸກຂັ້ນ ໄດ້ປະຕິບັດວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເປັນຢ່າງດີ.ສະນັ້ນເຖິງວ່າ ຖືກຜົນກະທົບບໍ່ແມ່ນຫນ້ອຍຈາກບັນດາຂໍ້ກກຳນົດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດ, ເສດຖະກິດຂອງປະເທດຊາດຖືກຢຸດສະຫງັກ, ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນຄົນງານຖືກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຍາມໃດທ່ານກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອເວົ້າເຖິງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ທ່ານເອງ ແລະພໍ່ແມ່ປະຊາຊົນຢູ່ທີ່ນີ້ ມີຄວາມປາດຖະຫນາວ່າ:
TAG
VOV/VOVworld/ປ້ອງກັນ ສະກັດກັ້ນ/ສ້າງສາ ແລະ ພັດທະນາ
Related








