ຄວາມຂາດສະຖຽນລະພາບຢູ່ ແອັດສະປາຍ ໄປຝືນກັບບັນດາເປົ້າໝາຍ ແລະ ອຸດົມຄະຕິຂອງ ອີຢູ
03/10/2017 08:34
(VOVWORLD) - ເປັນທີ່ຈະແຈ້ງແລ້ວວ່າ : ການລົງປະຊາມະຕິຢູ່ Cataluynia, ໂດຍສັງເກດທາງດ້ານນິຕິທຳແລ້ວ ແມ່ນບໍ່ຖືກກັບກົດໝາຍ.

ເຂດ Cataluynia ຢູ່ ແອັດສະປາຍ ຫາກໍ່ດຳເນີນການລົງປະຊາມະຕິ ດ້ວຍໝາກຜົນສະໜັບສະໜູນຄວາມເປັນເອກະລາດຂຶ້ນເຖິງກ່ວາ 90%. ເຖິງວ່າ ການລົງປະຊາມະຕິໄດ້ຮັບການຖືວ່າ ແມ່ນໄປຝືນກັບລັດຖະທຳມະນູນ ແລະ ໄຮ້ຄຸນຄ່າກໍ່ຕາມ, ແຕ່ເລື່ອງເຂດ Cataluynia ຢາກແຍກດິນແດນອອກຈາກ ແອັດສະປາຍ ແມ່ນສັນຍານເຕືອນໄພ, ນຳປະເທດ ແອັດສະປາຍ ຢືນຢູ່ຕໍ່ໜ້າໄພຖືກແບ່ງແຍກ ແລະ ຂາດສະຖານລະພາບດ້ານການເມືອງໃນໄລຍະຈະມາເຖິງ. ຄວາມວິຕົກກັງວົນຍິ່ງກ່ວາ, ໜໍ່ແໜງແຍກຕົວອອກ ອາດຈະແຜ່ຂະຫຍາຍຢ່າງກ້ວາງຂວາງຢູ່ບັນດາປະເທດ ເອີຣົບ, ຂາບຂູ່ເຖິງຄວາມເອກະພາບຂອງສະຫະພາບນີ້.
TAG
VOV/VOVworld/ແອັດສະປາຍ
Related








