VOV WorldVOV World
ຄວາມປະທັບໃຈຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດທີ່ມີການປ່ຽນໃໝ່ຫຼາຍຢ່າງ
27/11/2015 08:05
ພາຍຫຼັງ​ເຮັດ​ວຽກ​ຢ່າງ​ຮີບ​ເຮັ່ງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ມາ​ເປັນ​ເວ​ລາກວ່າ 1 ເດືອນ, ວັນ​ທີ 27/11, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ອັດ​ລົງ
ຄວາມປະທັບໃຈຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດທີ່ມີການປ່ຽນໃໝ່ຫຼາຍຢ່າງ
ພາຍຫຼັງ​ເຮັດ​ວຽກ​ຢ່າງ​ຮີບ​ເຮັ່ງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ມາ​ເປັນ​ເວ​ລາກວ່າ 1 ເດືອນ, ວັນ​ທີ 27/11, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ອັດ​ລົງ ຊຶ່ງ​ໄດ້​ສຳ​ເລັດ​ບັນ​ດາ​ວຽກ​ງານ​ທີ່​ສຳ​ຄັນ​ຕາມ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ວາງ​ອອກ. ກອງ​ປະ​ຊຸມ​ເທື່ອນີ້​ໄດ້​ມີ​ການ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນບາງ​ຢ່າງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ.       ບັນ​ດາ ສ.ສ.ຊ ໄດ້​ກົດ​ປຸ່ມ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ກົກ​ໝາຍ​ຕ່າງໆ          ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອນີ້​ຂອງ​ສະ​ພາ​ແຫ່ງ​ຊາດໄດ້​ເປັນ​ຂີດ​ໝາຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດາໜ້າ​ທີ່ຂອງສະ​ພາ​ແຫ່ງ​ຊາດຢູ່​ທັງ 3 ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ, ປະ​ມວນ​ກົດ​ໝາຍທີ່​ສຳ​ຄັນຫຼາຍສະ​ບັບ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.
TAG
vovword/ສະ​ພາ​ແຫ່ງ​ຊາດ

More