ກໍ່ສ້າງຖັນແຖວການນຳ ສຸດຈິດສຸດໃຈ, ເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ
11/03/2021 10:00
(VOVWORLD) -ເນື້ອໃນສຳຄັນພິເສດຂອງກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫາກໍ່ດຳເນີນໄປໃນວັນທີ 8-9 ມີນາປີ 2021 ນັ້ນແມ່ນ ສູນກາງໄດ້ປ່ອນບັດສະເໜີ ບຸກຄະລາກອນສະໝັກເຂົ້າບັນດາຕຳແຫນ່ງ ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ແມ່ນບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຕັ້ງຄວາມຫວັງຕໍ່ຖັນແຖວການນຳ ນັ້ນແມ່ນຜູ້ທີ່ມີຄວາມສຸດຈິດສຸດໃຈ, ມີຄວາມເຂົ້າໃຈຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ນຳປະເທດຊາດພັດທະນາຈະເລີນຮຸ່ງເຮືອງ.

ເມື່ອຕິດຕາມ ກອງປະຊຸມສູນກາງພັກ ຄັ້ງທີ 2, ທ່ານ ຟ້າມເທຢວຽດ ອະດີດຜູ້ປະຈຳການກົມການເມືອງ ອະດີດ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ: ຄັ້ງນີ້ ສູນກາງ ໄດ້ ສະເໜີ ບຸກຄະລາກອນສະໝັກເຂົ້າບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ ດ້ວຍຈຳນວນບັດສະຫນັບສະຫນູນສູງ. ນີ້ແມ່ນບາດກ້າວສຳຄັນໃນການຈັດແບ່ງ, ສັບຊ້ອນ, ປັບປຸງ ຖັນແຖວພະນັກງານຂອງລະບົບການເມືອງໃນອາຍຸການນີ້.
TAG
VOV/VOVworld/ເຕັກໂນໂລຊີຂໍ້ມູນຂ່າວສານ/ສຸດຈິດສຸດໃຈ/ຖັນແຖວການນຳ
Related








