VOV WorldVOV World
ກອງ​ປະ​ຊຸມ​ສຸດຍອດ G7: ພາ​ລະ​ກຳ ແລະ ສິ່ງ​ທ້າ​ທາຍ
19/02/2021 07:13
(VOVWORLD) - ວັນທີ 20 ກຸມພາ, ການນຳ 7 ປະເທດອຸດສາຫະກຳພັດທະນາ (G7) ຈະຈັດຕັ້ງກອງປະຊຸມສຸດຍອດພາຍໃຕ້ຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມສຸດຍອດ G7 ທຳອິດທີ່ໄດ້ຈັດຂຶ້ນນັບແຕ່ເດືອນເມສາ 2020, ພ້ອມທັງແມ່ນເຫດການສາກົນໃຫຍ່ ທຳອິດ ທີ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີຄົນໃໝ່ ອາເມລິກາ Joe Biden. ໂດຍຖືກຈັດຂຶ້ນໃນສະພາບການທີ່ໂລກລະບາດໂຄວິດ - 19 ສືບຕໍ່ແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງໃນຂອບເຂດທົ່ວໂລກນັ້ນ, ກອງປະຊຸມສຸດຍອດ G7 ຄັ້ງນີ້ ໄດ້ຮັບການຕັ້ງຄວາມຫວັງຫຼາຍຢ່າງ, ດັ່ງນັ້ນ, ກອງປະຊຸມດັ່ງກ່າວກໍຕ້ອງປະເຊີນໜ້າກັບຄວາມກົດດັນຕ່າງໆ.
ກອງ​ປະ​ຊຸມ​ສຸດຍອດ G7: ພາ​ລະ​ກຳ ແລະ ສິ່ງ​ທ້າ​ທາຍ
ຕາມວົງການນັກໄຈ້ແຍກແລ້ວ, ພາລະກຳ ແລະ ກໍແມ່ນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດຂອງກອງປະຊຸມສຸດຍອດ G7 ຄັ້ງນີ້ ແມ່ນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ທີ່ພວມຄຸກຄາມໃນທົ່ວໂລກ ແລະ ການຟື້ນຟູພື້ນຖານເສດຖະກິດໂລກ ທີ່ພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວ.        
TAG
VOV/VOVworld/G7/ສິ່ງ​ທ້າ​ທາຍ/ພາ​ລະ​ກຳ/ຄວາມ​ກົດ​ດັນ