VOV WorldVOV World
ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ - ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນ
24/10/2017 12:16
(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ຖືກອັດລົງໃນວັນທີ 24 ຕຸລາ, ພາຍຫຼັງດຳເນີນມາເປັນເວລາ 7 ວັນ. ນີ້ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນພິເສດໃນສະພາວະທີ່ຈີນພວມຢືນຢູ່ຕໍ່ໜ້າໄລຍະສຳຄັນເພື່ອເຮັດສຳເລັດເປົ້າໝາຍ “ ກໍ່ສ້າງສັງຄົມອຸດົມຮັ່ງມີຮອບດ້ານ, ຍູ້ແຮງການພັດທະນາສັງຄົມນິຍົມທີ່ມີສີສັນຂອງຈີນ ”
ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ -  ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນ
 ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ       ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ ແມ່ນກອງປະຊຸມໃຫຍ່ຄັ້ງສຸດທ້າຍຂອງໄລຍະ 100 ປີແຫ່ງປະຫວັດສາດທຳອິດຂອງ ພັກກອມມູນິດຈີນ. ຮອດປີ 2021, ພັກກອມມູນິດຈີນຈະມີອາຍຸຄົບຮອບ 100 ປີ. ເພາະສະນັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນແມ່ນມີຄວາມໝາຍສຳຄັນ, ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງຈີນໃນໄລຍະ 5 ປີທີ່ຜ່ານມາ, ຕັດສິນແນວທາງພັດທະນາໃນຊຸມປີທີ່ຈະມາເຖິງ.     
TAG
VOV/VOVworld/ກອງ​ປະ​ຊຸມ​ໃຫຍ່