VOV WorldVOV World
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສ້າງກຳລັງໜູນໃຫ້ ຫວຽດນາມ ພັດທະນາ
02/02/2021 09:41
(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 01 ກຸມພາ ຢູ່ຮ່າໂນ້ຍ ໄດ້ສ້າງຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບວຽກງານບຸກຄະລາກອນ, ເນື້ອໃນເອກະສານ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສ້າງກຳລັງໜູນໃຫ້ ຫວຽດນາມ ພັດທະນາ
ຕາມການຕີລາຄາຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແລ້ວ, ໝາກຜົນຂອງກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບປະຫວັດສາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ການພັດທະນາຂອງປະເທດຊາດໃນຊຸມທົດສະວັດຈະມາເຖິງ ໃນການຍົກອອກບັນດາເປົ້າໝາຍລະອຽດ, ວິໄສທັດຍາວເຖິງກາງສະຕະວັດ.         ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຫາກໍ່ສິ້ນສຸດລົງໃນວັນທີ 01 ກຸມພາ 2021 ຊຶ່ງໄດ້ປຸກລຸກເຈດຈຳນົງ ແລະ ຄວາມຄາດຫວັງຢ່າງແຮງຂອງຊົນຊາດ, ຂ້ຽວຂາດມຸ່ງໄປເຖິງເປົ້າໝາຍນຳປະເທດຊາດກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນ 25 ປີຈະມາເຖິງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 01 ກຸມພາ ຢູ່ຮ່າໂນ້ຍ (ພາບ: VGP)
TAG
VOV/VOVworld/ກອງປະຊຸມໃຫຍ່/ພັກ/ພັດທະນາ