VOV WorldVOV World
ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ
03/10/2018 09:12
(VOVWORLD) - ປີ 2018 ກໍ່ແມ່ນປີບານພັບ, ມີຄວາມໝາຍຕັດສິນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ.
ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ
ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ພວມດຳເນີນໄປຢູ່ ຮ່າໂນຍ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດປີ 2019; ສະຫລຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກທີ 4 ຊຸດທີ 10 ກ່ຽວກັບຍຸດທະສາດເສດຖະກິດທະເລ ຫວຽດນາມ ຮອດປີ 2020 ແລະ ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ໃນບົດກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີສູນກາງພັກເສີມຂະຫຍາຍຈິດໃຈຮັບຜິດຊອບຢ່າງສູງ ແລະ ສຸມໃສ່ຄົ້ນຄວ້າ, ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດ.  ກອງປະຊຸມເທື່ອທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 12 ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ກອງປະຊຸມສູນກາງພັກເທື່ອທີ 8 ດຳເນີນໄປຖືກກັບຈຸດເວລາກາງອາຍຸການຊຸດທີ 12 ຂອງພັກກອມມູນິດ ຫວຽດນາມ. ປີ 2018 ກໍ່ແມ່ນປີບານພັບ, ມີຄວາມໝາຍຕັດສິນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ. ເນື້ອໃນຂອງກອງປະຊຸມນີ້ ລວມມີບັນດາບັນຫາສຳຄັນ, ທີ່ກ່ຽວຂ້ອງໂດຍກົງເຖິງການຊີ້ນຳນຳພາການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມ, ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ.
TAG
VOV/VOVworld/ແຄມທະເລ/ເໝາະສົມກັບຍຸດທະສາດ/ແຜນການພັດທະນາເສດຖະກິດ - ສັງຄົມ/ສູນ​ກາງ​ພັກ