VOV WorldVOV World
ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 14: ສຳເລັດພາລະກຳໃຫ້ແກ່ໄລຍະພັດທະນາໃໝ່
29/07/2016 11:36
ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ກວ່າ 1 ອາ​ທິດ, ຕອນ​ບ່າຍ​ວັນ​ທີ 29/7, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ
ກອງປະຊຸມຄັ້ງປະຖົມມະເລີກ ສະພາແຫ່ງຊາດຊຸດທີ 14: ສຳເລັດພາລະກຳໃຫ້ແກ່ໄລຍະພັດທະນາໃໝ່
ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ກວ່າ 1 ອາ​ທິດ, ຕອນ​ບ່າຍ​ວັນ​ທີ 29/7, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ. ໂດຍ​ແມ່ນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງສະ​ພາ​ແຫ່ງ​ຊາດ​ອາ​ຍຸ​ການ 5 ປີ 2016-2021,  ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກໄດ້​ເຮັດ​ສຳ​ເລັດຫຼາຍ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ, ບໍ່​ພຽງ​ແຕ່​ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ທັງ​ອາ​ຍຸ​ການ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ບູ​ລະ​ນະ​ກົງ​ຈັກ​ແຫ່ງ​ລັດ​ດ້ວຍ​ບັນ​ດາ​ຕຳ​ແໜ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ສັດ​ຕະ​ຍາ​ບັນ, ໃນ​ນັ້ນ, ມີ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ.                        ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ​ຕຳ​ແໜ່ງສຳ​ຄັນ​ຂອງ​ປະ​ເທດ​ຊາດ         ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ຖືກ​ດຳ​ເນີນ​ເປັນ​ເວ​ລາ 9 ວັນ, ດ້ວຍ​ຈຸດ​ສຸມ​ແມ່ນ​ພິ​ຈາ​ລະ​ນາ, ຕັດ​ສິນ​ຕໍ່​ການ​ຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ ໃຫ້​ຖືກ​ຕາມ​ທຳ​ນຽມ​ບັນ​ດາ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ. ແຕ່​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ກໍ​ສະ​ເໜີວ່າ ບໍ່​​ຍ້ອນ ວຽກ​ງານ​ບຸກ​ຄະ​ລາ​ກອນຈຶ່ງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊັກ​ຊ້າ, ດັ່ງ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ດຳ​ເນີນ​ວຽກ​ງານ​ນິ​ຕິ​ບັນ​ຍັດ, ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງລັດ ໂດຍ​ຜ່ານ​ການ​ຕິດ​ຕາມກວດ​ກາ​ຕາມ​ຫົວ​ເລື່ອງ.
TAG
vovworld/​ສະ​ພາ​ແຫ່ງ​ຊາດ

More