VOV WorldVOV World
ກອງປະຊຸມລັດຖະມົນຕີການເງິນ APEC ມຸຸ່ງໄປເຖິງເປົ້າໝາຍເຕີບໂຕ ແລະ ພັດທະນາແບບຍືນຍົງບັນດາພື້ນຖານເສດຖະກິດ
18/10/2017 08:00
(VOVWORLD) - ຫວຽດນາມ ໄດ້ຕັ້ງຫນ້າພ້ອມກັບບັນດາພື້ນຖານເສດຖະກິດ ສະມາຊິກ ສ້າງໂຄງການດຳເນີນງານກໍ່ຄືບັນດາເນື້ອໃນບຸລິມະສິດຂອງປີ APEC 2017,
ກອງປະຊຸມລັດຖະມົນຕີການເງິນ APEC ມຸຸ່ງໄປເຖິງເປົ້າໝາຍເຕີບໂຕ ແລະ ພັດທະນາແບບຍືນຍົງບັນດາພື້ນຖານເສດຖະກິດ
ກອງປະຊຸມລັດຖະມົນຕີ ການເງິນ APEC ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະດຳເນີນແຕ່ວັນທີ 19 – 21 ຕຸລາ ຢູ່ ນະຄອນໂຮ້ຍອານ ແຂວງ ກວ໋າງນາມ. ນີ້ແມ່ນເຫດການສຳຄັນທີ່ສຸດຂອງວິວັດທະນາການ ລັດຖະມົນຕີ APEC ແລະ ກໍ່ແມ່ນຫນຶ່ງໃນບັນດາກອງປະຊຸມກະກຽມສຳຄັນໃຫ້ແກ່ ສັບປະດາຂັ້ນສູງ APEC ຊຶ່ງຈະດຳເນີນໃນຕົ້ນເດືອນພະຈິກ. ພ້ອມກັບບັນດາເຫດການອື່ນ, ກອງປະຊຸມລັດຖະມົນຕີການເງິນ APEC ກໍ່ເພື່ອແນໃສ່ມຸ່ງໄປເຖິງບັນດາເປົ້າໝາຍບຸລິມະສິດຂອງຫວຽດນາມ ໃນປີ APEC 2017 ນັ້ນແມ່ນການເຕີບໂຕ ແລະ ພັດທະນາບັນດາພື້ນຖານເສດຖະກິດແບບຍືນຍົງ.  (ພາບປະກອບ) ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ APEC ແລະ ບັນດາກອງປະຊຸມກ່ຽວຂ້ອງ ຈະມີຜູ້ແທນທັງຢູ່ພາຍໃນປະເທດ ແລະ ສາກົນ ປະມານ 500 ຄົນ, ໃນນັ້ນ ລວມມີບັນດາລັດຖະມົນຕີການເງິນ, ການນຳອົງການການເງິນ ແລະ ການນຳທະນາຄານສູນກາງຂອງ 21 ພື້ນຖານເສດຖະກິດສະມາຊິກໃນພາກພື້ນ, ການນຳຂັ້ນສູງຂອງບັນດາອົງການການເງິນສາກົນຄື: ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB), ທະນາຄານພັດທະນາ ອາຊີ (ADB) ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)
TAG
VOV/VOVworld/ກອງປະຊຸມຂັ້ນສູງ APEC