VOV WorldVOV World
ກອງປະຊຸມຜູ້ມີສິດເລືອກຕັ້ງຢູ່ຕາມບ່ອນຢູ່ອາໄສມີຄວາມໝາຍສຳຄັນໃນການເລືອກຕັ້ງ
15/04/2016 11:28
ຮອດ​ທ້າຍ​ວັນ​ທີ 14/4/2016, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ໄດ້​ສຳ​ເລັດ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ
ຮອດ​ທ້າຍ​ວັນ​ທີ 14/4/2016, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ໄດ້​ສຳ​ເລັດ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສ​ສຳ​ລັບ​ບັນ​ດາ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ເພື່ອ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 3, ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021. ທີ່​ບັນ​ດາ​ກອງ​ປະ​ຊຸມ, ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ປະ​ກອບ​ຄຳ​ເຫັນ​ກັບ​ບັນ​ດາ​ຜູ້​​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ກ່ຽວ​ກັບ​ຄຸນ​ທາດ, ຄວາມ​ສາ​ມາດ, ຄຸນ​ສົມ​ບັດ, ການ​ພົວ​ພັນ​ຢູ່​ເຂດ​ຊຸມ​ຊົນ… ດ້ານ​ອື່ນ, ຜູ້​ມີ​ສິດ​ເລືອກ​ຕັ້ງກໍ​ສະ​ແດງ​ຄວາມ​ເປັນ​ຫ່ວງ ແລະ ​ໄດ້​ຝາກ​ຝັງ​ຄວາມ​ມຸ່ງ​ຫວັງ​ຕໍ່​ບັນ​ດາ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນຈະ​ກາຍ​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.    ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສສຳ​ລັບ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​      ກອງ​ປະ​ຊຸມຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ຕາມບ່ອນຢູ່​ອາ​ໄສສຳ​ລັບ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແມ່ນ​ມີ່​ຄວາມ​ໝາຍ​ສຳ​ຄັນ. ຜ່ານນີ້, ​​​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ແຕ່​ລະ​ທ່ານ ກໍ​ຮັບ​ຮູ້ໄດ້​ເຖິງຄວາມ​ເປັນ​ກຽດ, ຄວາມ​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ຂອງ​ຜູ້​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ. ບົນ​ພື້ນ​ຖານ​ຄຳ​ຄິດ​ເຫັນ​ໃຫ້ຂໍ້​ສັງ​ເກດ ປະ​ກອບ​ສ່ວນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ, ​​ບັນ​ດາ​ຜູ້​ອອກ​ສະ​ໝັກ​​ຮັບເລືອກຕັ້ງ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ຝຶກ​ຝົນຫຼໍ່ຫຼອມ, ຍົກ​ສູງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ວຽກງານ, ເຊີດ​ຊູ​ຈິດ​ໃຈ​ຮັບ​ຜິດ​ຊອບ​ເພື່ອ​ເຮັດ​ສຳ​ເລັດ​ບັນ​ດາ​ບັນ​ຫາ​ທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ດີ.
TAG
vovworld/ການ​ເລືອກ​ຕັ້ງ

More