ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ: ກາລະໂອກາດເພື່ອຢັ້ງຢືນນະໂຍບາຍການຕ່າງປະເທດ ຫວຽດນາມ
27/02/2019 09:14
(VOVWORLD) - ເລື່ອງການນຳ 2 ປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຫວຽດນາມ ເປັນສະຖານທີ່ພົບປະ ໄດ້ສະແດງໃຫ້ເຫັນທັງ 2 ປະເທດລ້ວນແຕ່ຕີລາຄາ ຫວຽດນາມ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ເປັນປະເທດທີ່ມີນະໂຍບາຍການຕ່າງປະເທດດຸ່ນດ່ຽງ, ເປີດກ້ວາງ.

ວັນທີ 27 ກຸມພາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ໄດ້ດຳເນີນຢູ່ ຮ່າໂນ້ຍ, ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນຄືນໃໝ່ແນວທາງການຕ່າງປະເທດ “ຫັນເປັນຫລາຍຮູບຫລາຍແບບ, ຫັນເປັນຫລາຍຝ່າຍ”, “ເປັນເພື່ອນມິດກັບທຸກປະເທດ”. ກອງປະຊຸມກໍ່ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດການຕ່າງປະເທດໄກ່ເກ່ຍໃນວິວັດການສັນຕິພາບຢູ່ແຫຼມ ເກົາຫຼີ ເປັນຢ່າງດີ. ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ພົບປະຢູ່ ສິງກະໂປ ປີ 2018. (ພາບ: AFP)
TAG
VOV/VOVworld/ກອງປະຊຸມສຸດຍອດ/ອາເມລິກາ/ສປປ.ເກົາຫຼີ/ນະໂຍບາຍການຕ່າງປະເທດ
Related







