VOV WorldVOV World
ກອງປະຊຸມສຸດຍອດ SCO - ຊອກຫາການຮ່ວມມື ແລະ ຄວາມດຸ່ນດ່ຽງດ້ານ ຜົນປະໂຫຍດ
16/09/2022 08:44
(VOVWORLD) - ກອງປະຊຸມສຸດຍອດຂອງອົງການຮ່ວມມື ຊຽງໄຮ້ (SCO), ຖືກດຳເນີນໃນລະຫວ່າງວັນທີ 15 -16 ກັນຍາ ຢູ່ນະຄອນ Samarkand, ປະເທດ Uzbekistan ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳບັນດາອົງການສາກົນຮ່ວມມືກັບ SCO ລວມ 15 ທ່ານ.
ກອງປະຊຸມສຸດຍອດ SCO - ຊອກຫາການຮ່ວມມື ແລະ ຄວາມດຸ່ນດ່ຽງດ້ານ ຜົນປະໂຫຍດ
 ໃນສະພາບການພູມສາດການເມືອງພາກພື້ນ ແລະ ໂລກພວມມີການຜັນປ່ຽນຫຼາຍຢ່າງນັ້ນ, ບັນດາຝ່າຍເຂົ້າຮ່ວມຂອງປະຊຸມ, ດ້ວຍທິດທາງ ແລະ ການຄິດໄລ່ຊັ່ງຊາດ້ານຍຸດທະສາດທີ່ແຕກຕ່າງກັນ, ລ້ວນແຕ່ຍົກສູງການຮ່ວມມືຂອງອົງການລະດັບພາກພື້ນນີ້.         ກອງປະຊຸມ SCO ຄັ້ງນີ້, ຕິດພັນກັບບັນດາສິ່ງທຳອິດທີ່ເປັນໜ້າສົນໃຈ, ນັ້ນແມ່ນ: ການປຶກສາຫາລືໂດຍກົງທຳອິດຂອງການນຳບັນດາປະເທດສະມາຊິກ SCO ນັບແຕ່ຕົ້ນໂລກລະບາດໂຄວິດ - 19 ເມື່ອປີ 2020; ເປັນຄັ້ງທຳອິດທ່ານປະທານປະເທດຈີນ ສີຈິ້ນຜິງ ເດີນທາງໄປຕ່າງປະເທດນັບແຕ່ຕົ້ນປີ 2020 ແລະ ເປັນຄັ້ງທຳອິດການນຳ ຈີນ - ອິນເດຍ ມີການພົບປະພາຍຫຼັງການປະທະກັນຢູ່ເຂດຊາຍແດນເມື່ອປີ 2020… ແລະ ພິເສດ, ຈຸດສຸມຂອງກອງປະຊຸມສຸດຍອດ SCO ຢູ່ Samarkand  ຄັ້ງນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳ ລັດເຊຍ - ຈີນ ນັບແຕ່ເມື່ອລັດເຊຍ ເລີ່ມດຳເນີນບັ້ນຮົບດ້ານການທະຫານຢູ່ ຢູແກຼນ. ການພົບປະຄັ້ງນີ້ ມີຄວາມໝາຍສຳຄັນພິເສດ ຖ້າຫາກເວົ້າເຖິງບັນດາຄຸນລັກສະນະຂອງສະພາບສາກົນໃນປະຈຸບັນ.
TAG
VOV/VOVworld/ການ​ເຈ​ລະ​ຈາ/ໂຕ້​ຕອບ/ສຳ​ພັນ​ທະ​ມິດ/ຈີນ/ລັດ​ເຊຍ

More