ກອງປະຊຸມສູນກາງພັກແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ
05/10/2017 09:28
(VOVWORLD) -ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII ພວມດຳເນີນຢູ່ ນະຄອນຫລວງ ຮ່າໂນ້ຍ, ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມ, ການຈັດຕັ້ງ ແລະ ຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການຂອງລັດ, ການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ວຽກງານປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນ. ນີ້ແມ່ນບັນດາບັນຫາສຳຄັນ ແລະ ສັບສົນຂອງປະເທດຊາດ. ບົດຂຽນຂອງນັກຂ່າວທູຮວາ ທີ່ມີຫົວຂໍ້ວ່າ: ກອງປະຊຸມສູນກາງພັກແກ້ໄຂບັນດາບັນຫາໃຫຍ່ຂອງປະເທດຊາດ

ເປີດກອງປະຊຸມ ສູນກາງພັກຄັ້ງທີ 6 ຊຸດທີ XII ໃນບົດກ່າວປາໄສເປີດກອງປະຊຸມ ເມື່ອວັນທີ 4 ຕຸລາ ປີ 2017, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຈາະຈີ້ມ, ເນັ້ນຫນັກຢ່າງແຮງບັນດາບັນຫາກ່ຽວຂ້ອງເຖິງສະພາບການເສດຖະກິດສັງຄົມ, ການເງິນງົບປະມານ, ການປ່ຽນໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ການຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາຫົວຫນ່ວຍວິຊາການ ເພື່ອໃຫ້ກອງປະຊຸມສູນກາງປຶກສາຫາລື, ພິຈາລະນາ, ຕັດສິນ.
TAG
VOV/VOVworld/ປະສິດທິຜົນ
Related








