VOV WorldVOV World
ກົດໝາຍວ່າດ້ວຍສື່ມວນຊົນ: ການປ່ຽນແປງໃໝ່ຕອບສະໜອງຄວາມຕ້ອງການໃນຕົວຈິງ
12/08/2016 08:39
ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ເມື່ອ​ວັນ​ທີ 5/4/2016, ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທືຶ່ອ​ທີ 11 ແລະ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 1/1/2017
ກົດໝາຍວ່າດ້ວຍສື່ມວນຊົນ: ການປ່ຽນແປງໃໝ່ຕອບສະໜອງຄວາມຕ້ອງການໃນຕົວຈິງ
ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບ​ັບ​ປັບ​ປຸງ)​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ເມື່ອ​ວັນ​ທີ 5/4/2016, ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທືຶ່ອ​ທີ 11 ແລະ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 1/1/2017. ມີ​ເຖິງ 9 ຈຸດ​ໃໝ່ໃນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສິດ​ເສ​ລີ​ທາງ​ສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ທາງ​ສື່ມວນ​ຊົນ, ເປົ້າ​ໝາຍ​ສ້າງ​ຕັ້ງ​ອົງ​ການ​ສື່ມວນ​ຊົນ, ພິ​ເສດ​ແມ່ນ​ບັນ​ດາ​ຈຸດ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຮ່​ວມ​ສຳ​ພັນ​ໃນ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ, ຈັນ​ຍາ​ບັນ​ໃນ​ການ​ປະ​ກອບ​ອາ​ຊີບ​ເປັນ​ນັກ​ຂ່າວ. ຈຸດ​ໃໝ່​ເຫຼົ່າ​ນີ້ ແມ່ນ​ຈຳ​ເປັນ, ສ້າງກອບ​ກົດ​ໝາຍ​ເພື່ອ​ໃຫ້​ສື່ມວນ​ຊົນ​ພັດ​ທະ​ນາ​ຢ່າງ​ແທດ​ເໝາະ​ກັບ​ພຶດ​ຕິ​ກຳ​ພັດ​ທະ​ນາ​ຂອງ​ປະ​ເທດ.   ພາບ​ປະ​ກອບ      ໜຶ່ງ​ໃນ​ບັນ​ດາ​ຈຸດ​ໃໝ່​ຂອງ ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນ(ສະ​ບັບ​ປັບ​ປຸງ) ແມ່ນ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ອ​ົງ​ການ​ສື່ມວນ​ຊົນ​ເປີດ​ກ້​ວາງ​ການ​ຮ່ວມ​ສຳ​ພັນ​ເພື່ອ​ເຄື່ອນ​ໄຫວ. ກົດ​ໝາຍ​ວ່າ​ດ້ວຍ​ສື່ມວນ​ຊົນກໍ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ ສິດ​ເສ​ລີ​ທາງ​ສື່ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ​ທາງ​ສື່ມວນ​ຊົນຕາມ​ແນວ​ຄິດ​ທີ່​ກ້າວ​ໜ້າ​ກ່ຽວ​ກັບ​ການ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ທີ່​ໄດ້​ລະ​ບຸ​ໃນ​ລັດ​ຖະ​ທຳ​ມະ​ນູນ ປີ 2013.
TAG
vovworld/ສື່ມວນ​ຊົນ

More