ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນໄວ້ໃຫ້ໝັ້ນຄົງ
13/09/2017 07:54
(VOVWORLD) - ໃນວິວັດການພັດທະນາປະເທດ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກ້ວາງຂວາງ, ບັນຫາການຮັກສາຄວາມເປັນເອກະລາດໄວ້ໃຫ້ໝັ້ນຄົງ, ເປັນເຈົ້າຕົນເອງ ພິເສດແມ່ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງກ່ຽວກັບເສດຖະກິດ ພວມວາງອອກບັນດາສິ່ງທ້າທາຍໃໝ່ສຳລັບ ຫວຽດນາມ.

ບັນຫາການແກ້ໄຂການພົວພັນລະຫວ່າງການຮັກສາເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນໃຫ້ໝັ້ນຄົງ ແມ່ນຕິດພັນກັບຄວາມເປັນເຈົ້າການ, ຄຸນນະທາດ ແລະ ການເລືອກເຟັ້ນ. ຕໍ່ໄປນີ້ ຂໍເຊີນທ່ານຜູ້ຟັງຮັບຟັງບົດທີ່ມີຫົວຂໍ້ວ່າ: “ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນໄວ້ໃຫ້ໝັ້ນຄົງ” ຂອງນັກຂ່າວ ຫງວຽນຍຸງ. ພາຍຫລັງ 30 ກ່ວາປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ຈາກປະເທດພັດທະນາຢ່າງຊັກຊ້າ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດພວມພັດທະນາ, ໄດ້ສ້າງຕັ້ງການພົວພັນທາງການທູດກັບ 185 ປະເທດ, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ, ການລົງທຶນກັບ 224 ຕະຫລາດຢູ່ທຸກທະວີບ.
TAG
VOV/VOVworld/ຄວາມເປັນເອກະລາດ/ເປັນເຈົ້າຕົນເອງ
Related








