ລະດົມລະບົບການເມືອງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງ12 ຂອງພັກກອມມູນິດຫວຽດນາມ
25/03/2016 11:28
ໃນວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ໋ອງ ໄດ້ເຊັນປະກາດໃຊ້ຄຳສັ່ງ “ກ່ຽວກັບການຮ່ຳຮຽນ, ຊາບຊຶມ, ໂຄສະນາ, ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ”

ໃນວັນທີ 22 ມີນາ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູຈ໋ອງ ໄດ້ເຊັນປະກາດໃຊ້ຄຳສັ່ງ “ກ່ຽວກັບການຮ່ຳຮຽນ, ຊາບຊຶມ, ໂຄສະນາ, ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ”. ນີ້ແມ່ນບັ້ນດຳເນີນຊີວິດການເມືອງທີ່ກ້ວາງເລິກ, ມີຄວາມໝາຍ, ຄວາມສຳຄັນພິເສດ, ແນໃສ່ສ້າງການຫັນປ່ຽນກ່ຽວກັບຄວາມຮັບຮູ້, ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳໃນພັກ ແລະ ການເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ສ້າງກຳລັງແຮງດ້ານວັດຖຸຂອງທັງຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາຜູ້ແທນໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ (baolaodong) ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ດຳເນີນໄປໃນລະຫວ່າງວັນທີ 20-28 ມັງກອນ ປີ 2016, ຢູ່ ຮ່າໂນ້ຍ. ບັນດາເອກະສານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ທີ່ໄດ້ຮັບຮອງເອົາ ສືບຕໍ່ຢັ້ງຢືນ, ສ້າງທັດສະນະ, ແນວທາງປ່ຽນແປງໃໝ່ ຂອງພັກກອມມູນິດຫວຽດນາມໃຫ້ສົມບູນແບບ.
TAG
vovworld/ພັກກອມູນິດຫວຽດນາມ
Related
More








