ລັດຖະບານໄດ້ມີການກະທຳຢ່າງຂ້ຽວຂາດເພື່ອປະຊາຊົນ ແລະ ວິສາຫະກິດ
29/03/2021 09:01
(VOVWORLD) -ໃນອາຍຸການຜ່ານມາ, ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕຢ່າງແຮງ ນັບທັງລວງກວ້າງ ແລະ ລວງເລິກ. ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ 2016 – 2020 ບັນລຸປະມານ 5,99% (ເຊິ່ງນອນໃນກຸ່ມບັນດາປະເທດມີການເຕີບໂຕສູງທີ່ສຸດໃນູ່ພາກພື້ນ ແລະ ໃນໂລກ).

ລັດຖະບານຫວຽດນາມ ອາຍຸການ 2016 – 2021 ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ, ເຊິ່ງໄດ້ຮັບການຮັບຮູ້ຈາກປະຊາຊົນ ແລະ ວິສາຫະກິດ ກໍຄືບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ ແລະ ສາກົນ ຜ່ານບັນດາການປ່ຽນແປງ ທຸກດ້ານຂອງຊີວິດເສດຖະກິດ-ສັງຄົມ. ພາຍໃຕ້ການບໍລິຫານຢ່າງຂ້ຽວຂາດ ແລະ ມີໄຫວພິບ, ລັດຖະບານໄດ້ສ້າງລະບອບລະບຽບການໃຫ້ສົມບູນແບບ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງລັດຖະບານເອເລັກໂຕນິກ ສ້າງບາດກ້າວບຸກທະລຸໃນການປັນປຸງກົດລະບຽບວິໄນ, ວິໄນບໍລິຫານໃຫ້ສົມບູນແບບ. ຜ່ານນັ້ນ, ກໍ່ໄດ້ ແລະ ພວມປັບປຸງຄວາມໄວ້ເນື້ອເຊື່ອໃຈ ຢ່າງໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ບົດລາຍງານຂອງລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຊີ້ແຈ້ງວ່າ: ໃນອາຍຸການຜ່ານມາ, ເສດຖະກິດຫວຽດນາມ ບັນລຸລະດັບເຕີບໂຕຢ່າງແຮງ ນັບທັງລວງກວ້າງ ແລະ ລວງເລິກ. ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ 2016 – 2020 ບັນລຸປະມານ 5,99% (ເຊິ່ງນອນໃນກຸ່ມບັນດາປະເທດມີການເຕີບໂຕສູງທີ່ສຸດໃນູ່ພາກພື້ນ ແລະ ໃນໂລກ). ສະເພາະປີ 2020, ປີສຸດທ້າຍຂອງອາຍຸການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ຄວາມທົດສອບ, ລັດຖະບານຍັງປະຕິບັດສຳເລັດ “ໜ້າທີ່ຄວບຄູ່”, ທັງປ້ອງກັນ ຕ້ານໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມ. GDP ຂອງປີ 2020 ໄດ້ເພີ່ມຂຶ້ນ 2,91%, ຫວຽດນາມ ແມ່ນປະເທດໜຶ່ງດຽວທີ່ມີລະດັບເຕີບໂຕເປັນບວກໃນຈຳນວນ 6 ພື້ນຖານເສດຖະກິດໃຫຍ່ຢູ່ອາຊີຕາເວັນອອກສ່ຽງໃຕ້.
TAG
VOV/VOVworld/ລົງເລິກຂະແໜງ/ລະບຽບການ/ທະນາຄານໂລກ
Related
More








