ລັດຖະບານເອເລັກໂຕນິກຮັບໃຊ້ປະຊາຊົນ
12/07/2017 08:49
(VOVWORLD) - ວິວັດແຫ່ງການກໍ່ສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໃນເບື້ອງຕົ້ນໄດ້ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ. ໜ້າສົນໃຈແມ່ນ, ຜ່ານການກໍ່ສ້າງລັດຖະບານເອເລັກໂຕນິກ, ຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດນັບມື້ນັບດີກ່ວາເກົ່າ

ເລື່ອງກໍ່ສ້າງລັດຖະບານເອເລັກໂຕນິກກໍ່ໄດ້ເປີດເຜີຍ, ການເຄື່ອນໄຫວຂອງອົງການສຳນັກງານແຫ່ງລັດກໍ່ມີຄວາມໂປ່ງໃສເທື່ອລະກ້າວໃນເຄືອຂ່າຍສັງຄົມ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປີດປະຕູຖານເຄືອຂ່າຍອິນເຕີແນັດ (ພາບ: ອິນເຕີແນັດ) ບັນດາເນື້ອໃນສຳຄັນກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກ ແມ່ນກໍ່ສ້າງລະບົບສື່ເອເລັກໂຕນິກລຸລ່ວງ, ເຊື່ອມຕໍ່ລະຫວ່າງບັນດາເອກະສານເອເລັກໂຕນິກ, ຂໍ້ມູນເອເລັກໂຕນິກລັດຖະບານເຖິງຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງ; ດ້ວຍ 100% ການບໍລິການສາທາລະນະໄດ້ຮັບການສະໜອງຜ່ານທາງເຄືອຂ່າຍອິນເຕີແນັດ; ສ້າງປະຕູຖານບໍລິການສາທາລະນະແຫ່ງຊາດຢູ່ເວັບໄຊດຽວໃນອິນເຕີແນັດ. ບົດລາຍງານຕີລາຄາຄັ້ງຫຼ້າສຸດຂອງສະຫະປະຊາຊາດສະແດງໃຫ້ເຫັນວ່າ ຫວຽດນາມ ຈັດອັນດັບທີ 89/193 ປະເທດຢູ່ໃນໂລກກ່ຽວກັບດັດຊະນີການພັດທະນາລັດຖະບານເອເລັກໂຕນິກ, ເພີ່ມຂຶ້ນ 10 ຂັ້ນ ເມື່ອທຽບໃສ່ປີ 2014, ຢືນອັນດັບທີ 6 ໃນ ອາຊຽນ ແລະ ໄດ້ເຂົ້າເປັນສະມາຊິກໃນກຸ່ມບັນດາປະເທດທີ່ມີດັດຊະນີການພັດທະນາລັດຖະບານເອເລັກໂຕນິກສູງຢ່າງເປັນທາງການ. ດັດຊະນີພາກສ່ວນກ່ຽວກັບການສະໜອງບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດຢູ່ ຫວຽດນາມ ກໍ່ໄດ້ຮັບການຕີລາຄາຢູ່ໃນລະດັບສູງ, ຈັດອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກ.
TAG
VOV/VOVworld/ລັດຖະບານ/ເອເລັກໂຕນິກ
Related








