VOV WorldVOV World
ລັດຖະບານມີການປັບປຸງ,ເຄື່ອນໄຫວດ້ວຍຄວາມທ່ຽງທຳເພື່ອຮັບໃຊ້ປະຊາຊົນ
05/08/2016 14:45
ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ກໍ​ຄື​ບັນ​ດາ​ການ​ຊີ້​ນຳ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານ
ລັດຖະບານມີການປັບປຸງ,ເຄື່ອນໄຫວດ້ວຍຄວາມທ່ຽງທຳເພື່ອຮັບໃຊ້ປະຊາຊົນ
ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ກໍ​ຄື​ບັນ​ດາ​ການ​ຊີ້​ນຳ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ພາຍຫຼັງ​ທີ່​ລັດ​ຖະ​ບານ​ໄດ້​ຮັບ​ການ​ບູ​ລະ​ນະ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໃນ​ການ​ກໍ່ສ້າງ​ລັດ​ຖະ​ບານໃຫ້​ມີ​ການ​ປັບ​ປຸງ ແລະ ເຄື່ອນ​ໄຫວດ້ວຍ​ຄວາມ​ທ່ຽງ​ທຳ. ຄວາມ​ຕັດ​ສິນ​ໃຈ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ການ​ກະ​ທົບ​ຕອບ​ຢ່າງ​ຕັ້ງ​ໜ້າ​ຈາກ​ຫາງ​ສຽງ.   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ         ສານ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃນ​ການ​ຊີ້​ນຳ ບໍ​ລິ​ຫານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແມ່ນ​ຈະ​ແຈ້ງ, ແທດ​ຈິງ ແລະ ລະ​ອຽດ​ທີ່​ສຸດ. ມັນ​ສະ​ແດງ​ໃຫ້​ເຫັນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ລັດ ຊຶ່ງ​ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ້​ແກ່​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ.
TAG
vovworld/ລັດ​ຖະ​ບານ

More