ລົງສະໝັກເປັນສະມາຊິກຂອງສະພາສິດທິມະນຸດເພື່ອປະກອບສ່ວນໃຫ້ແກ່ສິດທິມະນຸດໂລກ
04/03/2021 09:27
(VOVWORLD) - ຫວຽດນາມ ຕົກລົງເຂົ້າຮ່ວມການສະໝັກເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ອາຍຸການ 2023 -2025 ດ້ວຍຖານະ ສະມາຊິກຂອງ ອາຊຽນ ອອກສະໝັກ. ແຜນນະໂຍບາຍນີ້ ໂດຍທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ປະກາດໃນກອງປະຊຸມນັດສາມັນຄັ້ງທີ 46 ຂອງສະພາສິດທິມະນຸດ ພວມດຳເນີນຢູ່ ສຳນັກງານ ສປຊ ຢູ່ ເຊີແນວ ປະເທດສະວິດ. ໂດຍສືບຕໍ່ລົງສະໝັກເປັນສະມາຊິກສະພາສິດທິມະນຸດ ສປຊ ແມ່ນວິທີຫນຶ່ງ ເພື່ອໃຫ້ຫວຽດນາມ ປະກອບສ່ວນແກ່ການປົກປ້ອງສິດທິມະນຸດໃນໂລກດ້ວຍບັນດາຜົນງານປົກປ້ອງສິດທິມະນຸດຂອງຕົນ.

ເມື່ອເວົ້າເຖິງ ລະບອບການເມືອງ ທີ່ກ້າວຫນ້າ, ປະເທດຫນຶ່ງທີ່ມີຄວາມສີວິໄລ ແມ່ນຕ້ອງເວົ້າເຖິງເລື່ອງລະບອບການເມືອງ ປະເທດນັ້ນ ມີຄວາມເອົາໃຈໃສ່ເຖິງການຮັບປະກັນບັນດາສິດພື້ນຖານຂອງມະນຸດຫລືບໍ່? ລະບອບການເມືອງສັງຄົມນິຍົມ ຊຶ່ງຫວຽດນາມ ພວມມານະພະຍາຍາມສ້າງສາ ປະຕິບັດ ນັ້ນແມ່ນ ລະບອບຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ. ສະນັ້ນ ນັບແຕ່ເມື່ອສະຖາປະນາປະເທດຊາດຕາມລະບອບປະຊາທິປະໄຕສັງຄົມນິຍົມມາຮອດປະຈຸບັນ ຫວຽດນາມ ໄດ້ຢຶດໝັ້ນຕາມເປົ້າໝາຍ ຊຸກຍູ້ ປົກປ້ອງ ແລະ ຮັບປະກັນສິດທິມະນຸດໃຫ້ແກ່ປະຊາຊົນທຸກຖ້ວນຫນ້າໃນສັງຄົມຢ່າງບໍ່ຢຸດຢັ້ງ
TAG
VOV/VOVworld/ສິດທິມະນຸດ/ວັດທະນະທຳ
Related








